ຂ່າວການເຄື່ອນໄຫວຂ່າວທົ່ວໄປ

ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ນິຕິກໍາທີ່ຕິດພັນການຄຸ້ມຄອງເຄມີ ໃຫ້ແກ່ຫົວໜ່ວຍທຸລະກິດທີນໍາໃຊ້ເຄມີ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ ແຂວງຄໍາມ່ວນ

ໃນລະຫວ່າງວັນທີ 13-17 ທັນວາ 2021 ກົມອຸດສາຫະກໍາ ແລະ ການຄ້າ ແລະ  ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ນິຕິກໍາທີ່ຕິດພັນການຄຸ້ມຄອງເຄມີ ໃຫ້ແກ່ຫົວໜ່ວຍທຸລະກິດທີນໍາໃຊ້ເຄມີ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນທອນ ບຸນສົມພັນ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກພາກລັດ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກ ສາທາລະນະສຸກແຂວງ, ຫ້ອງການ ອຸດສາສະກໍາ ແລະ ການຄ້າ ເມືອງ 10 ເມືອງທີ່ຢູ່ໃນແຂວງຄໍາມ່ວນ, ຕາງໜ້າພາກທຸລະກິດທີ່ນໍາໃຊ້ທາດເຄມີ ແລະ ມີຜູ້ບັນຍາຍຈາກພາກສ່ວນສູນກາງ.

ຈຸດປະສົງ ເພື່ອເຜີຍແຜ່ ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016, ຂໍ້​ຕົກລົງ ວ່າ​ດ້ວຍ ການຂຶ້ນທະບຽນບັນຊີ​ເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ສະບັບເລກທີ 1204/ອຄ. ກອຫ, ລົງວັນທີ 24 ທັນວາ 2020, ຂໍ້ຕົກລົງ ວ່າດ້ວຍສະຫຼາກເຄມີ ສະບັບເລກທີ 0863/ອຄ.ກອຫ ລົງວັນທີ 15 ກັນຍາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍການເກັບຮັກສາເຄມີ, ສະບັບເລກທີ 0072/ອຄ.ກອຫ, ລົງວັນທີ 01 ກຸມພາ 2021.

ໂດຍເນື້ອໃນກອງປະຊຸມ ໃນຄັ້ງນີ້ແມ່ນເນັ້ນໃສ່ ການໃຫ້ຄວາມຮູ້ແກ່ພາກລັດ ແລະ ຜູ້ປະກອບກິດຈະການ ໂດຍສະເພາະ ຂັ້ນຕ້ອນ ການຂຶ້ນທະບຽນບັນຊິເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເກັບຮັກສາທາດເຄມີ, ການຕິດສະຫຼາກເຄມີ, ການນໍາໃຊ້, ການກໍາຈັດ, ການບໍາບັດ ແລະ ການປ້ອງກັນສຸຂະພາບຂອງກໍາມະກອນ,  ເພື່ອໃຫ້ຖືກຕ້ອງຕາມເຕັກນິກວິຊາການ ແລະ ໃຫ້ມີຄວາມປອດໄພຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.