ກວດກາໂຮງງານຂ່າວການເຄື່ອນໄຫວຂ່າວທົ່ວໄປ

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າລົງຕິດຕາມກວດກາໂຮງງານຜະລິດກະເບື້ອງໃນຂອບເຂດທົ່ວປະເທດ

ໃນລະຫວ່າງວັນທີ 13-25 ມີນາ ທີ່ຜ່ານມາ, ກົມອຸດສາຫະກຳ ແລະ ຫັດຖະກຳ ນຳພາໂດຍ ທ່ານ ໄວຍາກອນ ສີສະຫວັດ, ຫົວໜ້າພະແນກເຄມີອຸດສາຫະກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍວິຊາການຂອງພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ ໄດ້ລົງຢ້ຽມຢຽມບັນດາໂຮງງານຜະລິດກະເບື້ອງໃນ ສປປ ລາວ ເຊິ່ງປະຈຸບັນມີທັງໝົດ 8 ໂຮງງານ ຕັ້ງຢູ່ 6 ແຂວງ ລວມທັງ ນະຄອນຫຼວງວຽງຈັນ.

ຈຸດປະສົງໃນການລົງຢ້ຽມຢາມຄັ້ງນີ້ແມ່ນເພື່ອເກັບກຳຕິດຕາມຂໍ້ມູນຂອງໂຮງງານ, ຕິດຕາມກວດກາສະພາບຂອງໂຮງງານ, ວັດແທກຄຸນນະພາບອາກາດຂອງໂຮງງານ, ແນະນຳກ່ຽວກັບການປັບປຸງຄຸນນະພາບຜະລິດຕະພັນ ເພື່ອຊຸກຍູ້ສົ່ງເສີມໃຫ້ກະເບື້ອງລາວໃຫ້ມີມາດຕະຖານ ແລະ ສາມາດແຂ່ງຂັນໄດ້ກັບຜະລິດຕະພັນຂອງປະເທດໃກ້ຄຽງ ແລະ ແນະນຳການປັບປຸງຮັກສາຄວາມປອດໄພຕໍ່ກັບສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ເປັນຕົ້ນ ການລ້າງພື້ນໂຮງງານ, ການເກັບຮັກສາວັດຖຸດິບຢ່າງຖືກວິທີ, ການຈັດການສິ່ງເສດເຫຼືອຢ່າງຖືກວິທີ. ນອກຈາກນີ້ ກໍຍັງໄດ້ແຈກຢາຍໜ້າກາກອະນາໄມໃຫ້ກຳມະກອນພາຍໃນໂຮງງານອີກດ້ວຍ.

ຜ່ານມາ ກົມອຸດສາຫະກຳ ແລະ ຫັດຖະກຳແມ່ນໄດ້ລົງຕິດຕາມກວດກາໂຮງງານກະເບື້ອ້ງຢ່າງເປັນປະຈຳ ແລະ ຄັ້ງນີ້ ເຫັນໄດ້ວ່າ ໂຮງງານຜະລິດກະເບື້ອງໄດ້ເອົາໃຈໃສ່ປັບປຸງສະພາບແວດລ້ອມໂຮງງານໃຫ້ດີຂຶ້ນ ເຖິງແມ່ນວ່າ ສະພາບການຊື້-ຂາຍກະເບື້ອງພາຍໃນ ສປປ ລາວ ຍັງມີສິ່ງທ້າທາຍຫຼາຍອັນ ຍ້ອນສະພາບຄວາມຫຍຸ້ງຍາກຂອງໂລກ, ຄວາມນິຍົມຊົມໃຊ້ກະເບື້ອງຕ່າງປະເທດຂອງຜູ້ຊົມໃຊ້ ແລະ ສະພາບແຮງງານຂອງ ສປປ ລາວ.

ຜ່ານການລົງກວດກາຢ້ຽມຢາມໂຮງງານໃນຄັ້ງນີ້, ກົມອຸດສາຫະກຳ ແລະ ຫັດຖະກຳສາມາດເກັບກຳຂໍ້ມູນທີ່ເປັນປະໂຫຍດຫລາຍຢ່າງສຳລັບການວາງແຜນໃນອະນາຄົດເພື່ອສືບຕໍ່ຊຸກຍູ້ສົ່ງເສີມອຸດສາຫະກຳຂອງ ສປປ ລາວ ແລະ ສົ່ງເສີມການສ້າງສະພາບແວດລ້ອມໂຮງງານທີ່ປອດໄພຕໍ່ກັບແຮງງານ ແລະ ສິ່ງແວດລ້ອມ.