ຂ່າວທົ່ວໄປຂ່າວເດັ່ນ

ໂຮງງານຜະລິດຊີມັງ ເຄຊີແອລ ຊ່ວຍຊີມັງໃຫ້ ຫ້ອງການ ອຄ ເມືອງລ້ອງຊານ

 

ໃນວັນທີ 21 ​ເມສາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບ-ຮັບ ຊີມັງ 10 ​ໂຕນ ຈາກບໍລິສັດ ຄໍາ​ມ່ວນ ຊີມັງ ຈໍາກັດ ເພື່ອຊ່ວຍ​ເຫຼືອ​​ໃນ​ການກໍ່ສ້າງ​ຫ້ອງການ​ອຸດສາຫະກໍາ ​ແລະ ການ​ຄ້າ​ເມືອງ​ລ້ອງ​ຊານ, ​​ແຂວງ​ໄຊ​ສົມບູນ ທີ່​​ໄຟ​ໄໝ້​ຫ້ອງການ, ໃນພິທີດັ່ງກ່າວ ທ່ານ ພີລະມາດ ວະຈະນານະວັດ, ຜູ້ອໍານວຍການ ບໍລິສັດ ຄໍາມ່ວນ ຊີມັງ​ ຈໍາ​ກັດ ເປັນຜູ້ມອບ ແລະ ຮັບໂດຍ ທ່ານ ປອ ມະ​ໂນ​ທອງ ວົງ​ໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ  ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ​ກະຊວງ ​ແລະ ກົມອຸດສາຫະກໍາ ​ແລະ ຫັດຖະ​ກໍາ ເຂົ້າຮ່ວມ.

 

​ໃນ​ໂອກາດນີ້ ທ່ານ ປອ ມະ​ໂນ​ທອງ ວົງ​ໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ  ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງຜູ້ອໍານວຍການພ້ອມດ້ວຍຄະນະທີ່ປະກອບສ່ວນໃນຄັ້ງນີ້ ​ແລະ ຫ້ອງການ​ກະຊວງຈະໄດ້ນຳ​​ໄປ​ມອບ​ຕໍ່ໃຫ້​ຫ້ອງການ ອ​ຄ ​ເມືອງ​ລ້ອງ​ຊານ, ​​​ເພື່ອກໍ່ສ້າງ​ຫ້ອງການທີ່​​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອັກຄີ​ໄພ ​ໃນ​ເດືອນ​ມີນາ 2022 ຜ່ານ​ມາ.

 

ບໍລິສັດ ຄໍາ​ມ່ວນ ຊີມັງ ຈໍາກັດ ຕັ້ງຢູ່ບ້ານ ​ໂພ​ວາ,  ເມືອງ ມະຫາ​ໄຊ, ​ແຂວງ ຄໍ​າມ່ວນ ໄດ້ເລີ່ມດຳເນີນການຜະລິດມາແຕ່ປີ 2017.  ປະຈຸ​ບັນມີພະນັກງານ-ກຳມະກອນທັງໝົດ 497 ຄົນ, ຍິງ 97 ຄົນ. ສາມາດ​ຜະລິດ​ຊີມັງ​ໄດ້ 1.795.000 ​ໂຕນ/ປີ ​ເພື່ອສົ່ງ​ອອກ​ໄປ​ພາກ​ອິສານ​ປະ​ເທດ​ໄທ ​ເປັນ​ຕົ້ນ​ຕໍ ​ແລະ ສະໜອງ​ພາຍ​ໃນ​ສ່ວນ​ໜຶ່ງ​.