ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ຄະນະຜູ້ແທນ ສປປ ລາວ ເດີນທາງຢ້ຽມຢາມ ສະຫະພັນລັດເຊຍ ເພື່ອແລກປ່ຽນບົດຮຽນການນໍາໃຊ້ທາດໄຍຫີນຂາວ (Chrysotile) ຢ່າງປອດໄພ

ໂດຍຕອບສະໜອງຕາມການເຊີນຂອງສະຖານທູດສະຫະພັນລັດເຊຍ ປະຈໍາ ສປປ ລາວ, ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງສຶກສາທິການ ແລະ ກິລາ, ສູນມະເຮັງ ໂຮງໝໍມິດຕະພາບ ແລະ ມະຫາວິທະຍາໄລແຫ່ງຊາດ  ລວມທັງໝົດ 12 ທ່ານ ໄດ້ເດີນທາງໄປຢ້ຽມຢາມ ສະຫະພັນລັດເຊຍ ໃນລະຫວ່າງ ວັນທີ 21-29 ເມສາ 2023.

ໃນການຢ້ຽມຢາມດັ່ງກ່າວ ຄະນະຜູ້ແທນ ສປປ ລາວ ໄດ້ຮ່ວມເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຮງງານ, ກະຊວງສາທາລະນະສຸກ ແຫ່ງສະຫະພັນລັດເຊຍ ພ້ອມທັງໄປຢ້ຽມຢາມ ເບິ່ງໂຮງງານອຸດສາ ຫະກໍາ ທີ່ນໍາໃຊ້ທາດໄຍຫີນຂາວເປັນວັດຖຸດິບ, ໂຮງງານຜະລິດທາດໄຍຫີນຂາວ ແລະ ສະຖາບັນຕ່າງໆ ທີ່ໄດ້ເຮັດການຄົ້ນຄວ້າ ແລະ ວິໄຈ ຕໍ່ກັບທາດໄຍຫີນຂາວ ບໍ່ວ່າຈະເປັນດ້ານມາດຕະການຄຸ້ມຄອງຄວາມປອດໄພ, ມາດຕະ ການຄຸ້ມຄອງດ້ານສຸຂະພາບ ແລະ ການວິໄຈອື່ນໆ ໂດຍພາຍໃຕ້ຂອບການຮ່ວມມື ສອງຝ່າຍ ລາວ-ລັດເຊຍ ຂອງຄະ ນະກໍາມາທິການດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືດ້ານເຕັກນິກ ແລະ ວິທະຍາສາດ ຄັ້ງທີ 16 ປີ 2022.

                                       (ພາບ ແລະ ຂ່າວ ຈາກກົມອຸດສາຫະກໍາ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ)

ທາດໄຍຫີນຂາວ ແມ່ນກຸ່ມແຮ່ອະນົງຄະທາດ (Inorganic) ຊະນິດໜຶ່ງ ທີ່ເກີດຂຶ້ນຕາມທຳມະຊາດ ຊຶ່ງມີຄຸນສົມບັດ ທົນທານຕໍ່ຄວາມຮ້ອນ, ທົນທານຕໍ່ແຮງຮຸກຖູ, ແຮງໜີບ, ກັນສຽງ ແລະ ອື່ນໆ ຈຶ່ງມີການນໍາໃຊ້ຢ່າງກວ້າງຂວາງ ມາໄດ້ຫຼາຍສະຕະວັດແລ້ວ, ສໍາລັບການນໍາໃຊ້ໃນຂະແໜງການອຸດສາຫະກຳ ໄດ້ເລີ່ມນໍາໃຊ້ມາ 100 ກວ່າປີ ເພື່ອເປັນສ່ວນປະສົມໃນການຜະລິດວັດຖຸອຸປະກອນຕ່າງໆ ເປັນຕົ້ນ ປະສົມໃສ່ແຜ່ນກະເບື້ອງມຸງຫຼັງຄາ, ກະ ເບື້ອງແຜ່ນລຽບ, ຊີມັງ, ແຜ່ນຄາດ ແລະ ແຜ່ນເບກລົດ, ເຊືອກ, ເຈັ້ຍ, ແຜ່ນກັນຄວາມຮ້ອນ, ເສື້ອກັນຄວາມຮ້ອນ, ຝາເຮືອນ, ທໍ່ນໍ້າແຮງດັນສູງ, ທໍ່ສົ່ງອາຍນໍ້າຮ້ອນ, ໝໍ້ຕົ້ມນໍ້າ, ຊິ້ນສ່ວນເຮືອບິນ, ຍານອາວະກາດ, ອຸປະກອນດ້ານການທະຫານ ແລະ ອື່ນໆ.

ໃນອົງປະກອບ ຄຸນລັກສະນະທາງດ້ານວັດຖຸ, ເຄມີ ແລະ ຜົນກະທົບທາງຊີວະພາບທາດໄຍຫີນ (Asbestos) ໄດ້ຈັດແບ່ງອອກເປັນ 2 ກຸ່ມຄື: ກຸ່ມ Amphibole ແລະ ກຸ່ມ Serpentine.

1) ທາດໄຍຫີນກຸ່ມ Amphibole ປະກອບມີ 5 ທາດຄື: Crocidolite, Amosite, Tremolite, Actinolite, Amthophyllite. ກຸ່ມ Amphibole ນີ້ເປັນກຸ່ມທີ່ມີຄວາມເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ເນື່ອງຈາກມີຄຸນລັກສະນະເປັນເສັ້ນໄຍຍາວ ແລະ ແຂງ ທັງສາມາດຕົກຄ້າງໃນປອດທີ່ບໍ່ຍ່ອຍສະລາຍເປັນເວລາຫຼາຍປີ, ປະຈຸບັນໄດ້ມີການຫ້າມນໍາໃຊ້ໃນຜະລິດຕະພັນທີ່ຮັບໃຊ້ຊີວິດປະຈໍາວັນຂອງຄົນໃນທົ່ວໂລກ ແຕ່ກໍຍັງມີການນໍາໃຊ້ໃນຂົງເຂດວຽກງານການທະຫານ ແລະ ອາວະກາດ.

2) ທາດໄຍຫີນ ກຸ່ມ Serpentine ປະກອບມີ 1 ທາດຄື: Chrysotile (ທາດໄຍຫີນຂາວ) ແມ່ນກຸ່ມທີ່ມີຄວາມເປັນອັນຕະລາຍຕໍ່າຕໍ່ສຸຂະພາບ ເນື່ອງຈາກເປັນເສັ້ນໄຍສັ້ນ ແລະ ຮ່າງກາຍສາມາດຍ່ອຍສະລາຍໄດ້, ເມື່ອເຂົ້າສູ່ປອດຂອງຄົນ ກໍຈະສະລາຍໄດ້ພາຍໃນເວລາ 14 ວັນ. ຈາກການຄົ້ນຄວ້າຂອງນັກວິທະຍາສາດແຕ່ອະດີດເຖິງປະຈຸບັນຍັງບໍ່ທັນມີນັກວິທະຍາສາດຄົນໃດສາມາດຢັ້ງຢືນວ່າທາດ Chrysotile ພາໃຫ້ເກີດໂລກມະເຮັງ, ແຕ່ມີຫຼາຍອົງກອນມັກເອົາທາດໄຍຫີນໃນກຸ່ມ Serpentine ຫຼື Chrysotile ໄປລວມກັບທາດໄຍຫີນກຸ່ມ Amphibole ແລ້ວສະຫຼຸບວ່າມີຄວາມເປັນອັນຕະລາຍຄືກັນ.

ປະເທດສະຫະພັນລັດເຊຍ ເປັນປະເທດທີ່ມີການຂຸດຄົ້ນ, ປຸງແຕ່ງ, ສົ່ງອອກ ແລະ ນໍາໃຊ້ທາດໄຍຫີນຂາວ ຢ່າງຫຼວງຫຼາຍເຂົ້າໃນຜະລິດຕະພັນຕ່າງໆ ຢູ່ພາຍໃນປະເທດຂອງຕົນ. ຈາກຂໍ້ມູນການລາຍງານຂອງກະຊວງສາທາ ລະນະສຸກ ແລະ ກະຊວງແຮງງານ ປະເທດສະຫະພັນລັດເຊຍໄດ້ສະເໜີໃຫ້ຮູ້ວ່າ ລັດເຊຍໄດ້ມີການເກັບກໍາຂໍ້ມູນບັນຊີພະນັກງານ ແລະ ກຳມະກອນ ຫຼາຍໝື່ນຄົນ ທີ່ໄດ້ສໍາພັດກັບທາດໄຍຫີນຂາວ ເປັນຕົ້ນ: ຢູ່ບໍ່ຂຸດຄົ້ນແຮ່ໄຍຫີນຂາວ, ໂຮງງານຜະລິດທາດໄຍຫີນຂາວ ແລະ ໂຮງງານທີ່ນໍາໃຊ້ທາດໄຍຫີນຂາວເປັນວັດຖຸດິບ, ໂດຍການກວດສຸຂະພາບໃນທຸກໆປີ. ນັບຕັ້ງແຕ່ມື້ເກັບກຳຂໍ້ມູນບັນຊີພະນັກງານຈົນເຖິງມື້ເສຍຊີວິດ ແມ່ນບໍ່ພົບຜູ້ເສຍຊີວິດຈາກການສໍາພັດທາດໄຍຫີນຂາວເລີຍ (ໄດ້ປະຕິບັດເປັນເວລາ 100 ກວ່າປີມາແລ້ວ). ເພື່ອຮັບປະກັນຄວາມເຊື່ອຖືຂໍ້ມູນດັ່ງກ່າວ ສະຫະ ພັນລັດເຊຍໄດ້ເຊີນເອົາອົງການຕ່າງໆໄປປະຈໍາຢູ່ລັດເຊຍ ເພື່ອສຶກສາຜົນກະທົບຂອງທາດໄຍຫີນຂາວຕໍ່ສຸຂະພາບ ຊຶ່ງຜົນຂອງການສຶກສາໄດ້ຢັ້ງຢືນວ່າ ທາດໄຍຫີນຂາວບໍ່ເປັນສາເຫດເຮັດໃຫ້ເກີດມະເຮັງເຍື່ອຫຸ້ມປອດແຕ່ຢ່າງໃດ.

ກະຊວງສາທາລະນະສຸກຂອງສະຫະພັນລັດເຊຍໄດ້ຢັ້ງຢືນວ່າ ຖ້າທາດໄຍຫີນກຸ່ມ Serpentine (ໄຍຫີນຂາວ) ເຂົ້າໃນປອດຂອງຄົນເຮົາ ລະບົບຮ່າງກາຍສາມາດຍ່ອຍສະລາຍໄດ້ໝົດພາຍໃນເວລາ 14 ວັນ ຊຶ່ງມີຄວາມສ່ຽງ ຕໍ່າຫຼາຍທີ່ຈະກໍ່ໃຫ້ເກີດໂລກມະເຮັງປອດ ແລະ ມະເຮັງເຫຍື່ອຫຸ້ມປອດ ເມື່ອທຽບກັບທາດໄຍຫີນກຸ່ມ Amphibole ທີ່ສາມາດສະສົມໃນປອດເປັນເວລາຫຼາຍປີ ແລະ ເຮັດໃຫ້ເກີດເປັນພະຍາດມະເຮັງເຫຍື່ອຫຸ້ມປອດໃນເວລາ 20 ປີ.

ກະຊວງສາທາລະນະສຸກຂອງສະຫະພັນລັດເຊຍຍັງໄດ້ໃຫ້ຂໍ້ມູນຕື່ມວ່າ ຝຸ່ນລະອອງ (ຂີ້ຝຸ່ນ) ທຸກຊະນິດລ້ວນແຕ່ມີຄວາມເປັນອັນຕະລາຍຕໍ່ສຸຂະພາບ ແລະ ອາດກາຍເປັນມະເຮັງໄດ້ ຖ້າຫາກຮ່າງກາຍຄົນເຮົາໄດ້ຮັບປະລິມານຫຼາຍໃນໄລຍະຍາວນານ ແລະ ເກີນກວ່າມາດຕະຖານທີ່ໄດ້ກຳນົດໄວ້. ການນໍາໃຊ້ທາດໄຍຫີນຂາວໃຫ້ມີຄວາມປອດໄພ ຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ຕ້ອງໄດ້ເອົາໃຈໃສ່ປະຕິບັດ ດັ່ງນີ້:

ໂຮງງານຜະລິດຜະລິດຕະພັນທີ່ນໍາໃຊ້ທາດໄຍຫີນຂາວ (Chrysotile) ເປັນວັດຖຸດິບ ຕ້ອງມີມາດຕະຖານໂຮງງານທີ່ດີ, ເຄື່ອງຈັກ ແລະ ຂະບວນການຜະລິດ ຕ້ອງຮັບປະກັນດ້ານຄວາມປອດໄພຕໍ່ຜູ້ອອກແຮງງານ ແລະ ບໍ່ເປັນຜົນກະທົບຕໍ່ສິ່ງແວດລ້ອມ. ກໍາມະກອນທີ່ເຮັດວຽກຢູ່ໃນໂຮງງານ ຕ້ອງໃສ່ອຸປະກອນປ້ອງກັນແຮງງານ ເປັນຕົ້ນ: ຊຸດປ້ອງກັນແຮງງານ, ແພປິດປາກ-ປິດດັງ, ຖົງມື, ໝວກ, ເກີບ ແລະ ອື່ນໆ ແລະ ກໍາມະກອນຕ້ອງໝັ່ນກວດສຸຂະພາບປະຈໍາປີ. ສະຖານທີ່ເຮັດວຽກ ຕ້ອງອະນາໄມໃຫ້ສະອາດຢູ່ສະເໝີ ເພື່ອປ້ອງກັນບໍ່ໃຫ້ມີຝຸ່ນກະຈາຍຢູ່ພາຍໃນໂຮງງານ ຊຶ່ງຈະເປັນຜົນກະທົບຕໍ່ກໍາມະກອນ ແລະ ສິ່ງແວດລ້ອມພາຍນອກ. ວັດຖຸດິບ ແລະ ຜະລິດຕະພັນ ຕ້ອງເກັບຮັກສາໄວ້ບ່ອນທີ່ປອດໄພ ຫ່າງໄກຈາກຄວາມຊື້ນ ແລະ ແສງແດດ, ສິ່ງເສດເຫຼືອຈາກການຜະລິດຕ້ອງບໍາບັດ ຫຼື ກຳຈັດ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ຕາມລະບຽບກົດໝາຍທີ່ກຳນົດໄວ້.

ການນໍາໃຊ້ຜະລິດຕະພັນ ທີ່ມີສ່ວນປະສົມຂອງທາດໄຍຫີນຂາວ (Chrysotile) ຕ້ອງນໍາໃຊ້ໃຫ້ຖືກວິທີ, ໃນກໍລະນີ ມີການແກ້ໄຂ, ສ້ອມແປງ ຫຼື ປ່ຽນຖ່າຍ ຊິ້ນສ່ວນຜະລິດຕະພັນໃນສ່ວນທີ່ເປເພ ຕ້ອງໄດ້ກຳຈັດສິ່ງເສດເຫຼືອດັ່ງກ່າວ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ຕາມລະບຽບກົດໝາຍທີ່ກຳນົດໄວ້.

ສໍາລັບ ສປປ ລາວ ​ມີ​ສິນຄ້ານຳ​ເຂົ້າຈາກຕ່າງປະເທດຫຼາຍ​ຊະນິດທີ່​ມີ​ສ່ວນ​ປະສົມ​ຂອງ​ທາດ​ໄຍຫີນ​ຂາວ ​ເປັນ ຕົ້ນ: ແຜ່ນ​ກະ​ເບື້ອງມຸງຫຼັງຄາ, ກະເບື້ອງ​ແຜ່ນ​ລຽບ, ແຜ່ນໄມ້ທຽມ (ໄມ້ເຊລາ), ທໍ່​ນໍ້າ, ​ທໍ່​ສາຍ​ໄຟ​ຂະໜາດ​ຕ່າງໆ ​ແລະ ອື່ນໆ ເພື່ອຮັບໃຊ້ການກໍ່ສ້າງ. ນອກນັ້ນກໍຍັງມີຊິ້ນສ່ວນ-ອາໄຫຼ່ພາຫະນະ ເປັນຕົ້ນ: ແຜ່ນຄາດ, ແຜ່ນ​ຫ້າມ​ລໍ້​ລົດ ແລະ ອື່ນໆ.

ໂດຍອີງໃສ່ຂໍ້ມູນ ແລະ ບົດຮຽນທີ່ໄດ້ຮັບຈາກການໄປທັດສະນະສຶກສາຄັ້ງນີ້ ແລະ ອີງໃສ່ສະພາບເງື່ອນໄຂຂອງການພັດທະນາເສດຖະກິດ-ສັງຄົມ ໃນປະຈຸບັນ ເຫັນວ່າ ສປປ ລາວ ຍັງມີເງື່ອນໄຂທີ່ສາມາດ​ນຳ​ໃຊ້​ທາດ​ໄຍຫີນ​ຂາວ​ເຂົ້າໃນ​ຂະ​ບວນການ​ຜະລິດໃນ​​ຂະແໜງການອຸດສາຫະກຳ ແລະ ຊົມໃຊ້ຜະລິດຕະພັນທີ່ມີສ່ວນປະສົມຂອງທາດໄຍຫີນຂາວ (Chrysotile) ໄດ້ເປັນປົກກະຕິ, ເນື່ອງຈາກວ່າ ທາດໄຍຫີນຂາວດັ່ງກ່າວ ແມ່ນກຸ່ມທີ່ມີຄວາມສ່ຽງຕໍ່າທີ່ຈະເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ ເມື່ອທຽບໃສ່ທາດໄຍຫີນຂາວກຸ່ມອື່ນໆ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ສະບັບເລກທີ 1391/ຫສນຍ, ລົງວັນທີ 16 ສິງຫາ 2019​. ຄຽງຄູ່​ກັນນັ້ນ ​ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ຄຸ້ມຄອງ ແລະ ມີມາດຕະການປ້ອງກັນ ໃນເວລາຜະລິດ ແລະ ຊົມໃຊ້ຜະລິດຕະພັນດັ່ງກ່າວໃຫ້ຖືກວິທີ ແລະ ຖືກຕ້ອງຕາມມາດຕະຖານເຕັກນິກ, ທັງນີ້ ກໍເພື່ອບໍ່ໃຫ້ເກີດມີຜົນກະທົບທາງລົບທີ່ອາດເປັນອັນຕະລາຍຕໍ່ສຸຂະ ພາບຂອງກໍາມະກອນຜູ້ທີ່ເຮັດການຜະລິດ ແລະ ປະຊາຊົນຜູ້ຊົມໃຊ້.