ຂ່າວລ່າສຸດຂ່າວເດັ່ນ

ກອງປະຊຸມການແກ້ໄຂບັນຫາເຄມີ

ໃນເວລາ 9:00 ໂມງຂອງວັນທີ 31 ກໍລະກົດ 2023 ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການທຳລາຍທາດເຄມີ (Sodium Cyanide 30 ໂຕນ ແລະ Hydrochloric Acid 63 ໂຕນ) ຂອງ ບໍລິສັດ ເຄມີພັນລາວ ການຄ້າ ຂາອອກຂາເຂົ້າ ຈໍາກັດ ທີ່ຍືດໄດ້ຢູ່ແຂວງຫຼວງນ້ຳທາ ໂດຍການເປັນປະທານຂອງທ່ານ ຄໍານ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ການເຂົ້າຮ່ວມຂອງ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ, ຮອງຫົວໜ້າພະແນກ ແລະ ວິຊາການພະແນກສິ່ງແວດລ້ອມ ແລະ ເຄມີ, ຕາງໜ້າສູນວິຊາການດ້ານການຈັດການສິ່ງແວດລ້ອມ ຄະນະສິ່ງແວດລ້ອມມະຫາວິທະຍາໄລແຫ່ງຊາດລາວ ແລະ ຕາງໜ້າ ບໍລິສັດ ເຄມີພັນລາວ ການຄ້າ ຂາອອກຂາເຂົ້າ ຈໍາກັດ.
ຜົນກອງປະຊຸມ ເຫັນດີໃຫ້ ບໍລິສັດ EMC ເປັນຜູ້ກຳຈັດ Sodium Cyanide 30 ໂຕນ ດ້ວຍການໃຊ້ ພີຢູໂຟມ (PU Foam) ເພື່ອຫຸ້ມສານເຄມີດັ່ງກ່າວເພື່ອມາອັດແໜ້ນ ແລະ ເກັບໄວ້ຢູ່ ສູນ EMAC ຫຼັກ 33 ເພື່ອລໍຖ້າສະຖານທີ່ຝັງກົບສິ່ງເສດເຫຼືອອັນຕະລາຍສະເພາະ ທີ່ເຂດເສດຖະກິດພິເສດສະຫວັນເຄມີກຳລັງພັດທະນາ. ສໍາລັບ Hydrochloric Acid 63 ໂຕນ ຈະກຳຈັດດ້ວຍການປະຕິກິລິຍາຈາວ ຊຶ່ງຜົນຈາກການປະຕິກິລິຍາຈະເກີດເປັນເກືອ Calcium chloride (CaCl2) ແລະ ນໍ້າ (H2O) ຈາກນັ້ນ ຈຶງນໍາເກີດທີ່ເກີດຂຶ້ນໄປກຳຈັດຕໍ່ດ້ວຍການຝັງກົບ, ສ່ວນນໍ້າທີ່ເຫຼຶອຈາກການປະຕິກິລິຍາຈະນໍາໄປເຜົາໃນໂຮງງານຊີມັງ.