ຂ່າວທົ່ວໄປຂ່າວເດັ່ນ

ກອງປະຊຸມປຶກສາຫາລື ກ່ຽວກັບມາດຕະຖານແຫ່ງຊາດ ມລ 05-2001 ຊີມັງປະສົມ (Mixed Cement)

ໃນວັນທີ 27 ມີນາ 2023, ເວລາ 13:30 -16:00 ໂມງ ກົມມາດຕະຖານ ແລະ ວັດແທກ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ຈັດກອງປະຊຸມຮ່ວມປືກສາຫາລືກ່ຽວກັບ ມາດຕະຖານແຫ່ງຊາດ ມລ 05-2001 ຊີມັງປະສົມ (Mixed Cement) ໂດຍສະເພາະການຜະລິດຊີມັງ ນ້ຳໜັກ 40 ກິໂລ/ເປົາ ທີ່ຫ້ອງປະຊຸມຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ທ່ານ ສຳລີ ບຸດສະດີ ຮັກສາການແທນຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ  ແລະ ໄດ້ເຊີນຜູ້ປະກອບການກ່ຽວກັບໂຮງງານຜະລິດຊີມັງ ເຂົ້າຮ່ວມປຶກສາຫາລືໃນກອງປະຊຸມຄັ້ງນີ້. ເຫັນວ່າພາກລັດໄດ້ອະທິບາຍ ແລະ ໃຫ້ຂໍ້ມູນກ່ຽວກັບມາດຕະຖານຊີມັງ ທີ່ໃຊ້ໃນປະຈຸບັນນີ້ ແລະ ໄດ້ໃຫ້ຂໍ້ມູນກ່ຽວການນຳໃຊ້ມາດຕະຖານຊີມັງຂອງປະເທດຕ່າງໆ ທັງໃນຢູໂຣບ ແລະ ປະເທດອາຊຽນ,  ໄດ້ຖາມຄວາມຄິດເຫັນຂອງແຕ່ລະໂຮງງານກ່ຽວກັບມາດຕະຖານຊີມັງ ຂອງ ລາວນີ້ວ່າຊິມີການປັບປຸງບໍ? ຫຼື ໄດ້ແລ້ວ ແລະ ປຶກສາຫາລືກ່ຽວກັບການບັນຈຸນ້ຳໜັກ 40 ກິໂລ/ເປົາ (ຊີມັງໂບກ, ກໍ ແລະ ຊີມັງເທ່ໂຄງສ້າງ).

ການປັບປຸງມາດຕະຖານແຫ່ງຊາດ ມລ 05-2001 ຊີມັງປະສົມ (Mixed Cement) ເຫັນວ່າແຕ່ລະໂຮງງານຊີມັງ ແມ່ນເຫັນດີສະເໜີໃຫ້ພາກລັດປັບປຸງ ແລະ ການບັນຈຸນ້ຳໜັກ 40 ກິໂລ/ເປົາ ຫຼື 50 ກິໂລ/ເປົາ (ຊີມັງໂບກ, ຊີມັງກໍ ແລະ ຊີມັງເທ່ໂຄງສ້າງ) ແມ່ນສະເໜີໃຫ້ພາກລັດເປັນຜູ້ກໍານົດ ໂຮງງານແມ່ນເຫັນດີປະຕິບັດຕາມລະບຽບການຂອງລັດຫວ່າງອອກ. ສະນັ້ນ, ປະທານກອງປະຊຸມກໍ່ສະຫຼຸບວ່າເຫັນດີໃຫ້ມີການປັບປຸງມາດຕະຖານແຫ່ງຊາດ ມລ 05-2001 ຊີມັງປະສົມ (Mixed Cement) ນັ້ນ, ສ່ວນການບັນຈຸນໍ້ຳໜັກ 40 ກິໂລ/ເປົາ ຫຼື 50 ກິໂລ/ເປົາ (ຊີມັງໂບກ, ຊີມັງກໍ ແລະ ຊີມັງເທ່ໂຄງສ້າງ) ແມ່ນໃຫ້ທາງກອງເລຂາສັງລວມຄໍາເຫັນ ແລະ ນໍາໄປພິຈາລະນາຕື່ມ ວ່າຊິກໍານົດໃຫ້ 40 ກິໂລ/ເປົາ ຫຼື 50 ກິໂລ/ເປົາ.

ກອງປະຊຸມກໍ່ໄດ້ປິດລົງໃນມື້ດຽວກັນ ເວລາ 16:00 ໂມງ.