ຂ່າວທົ່ວໄປ

ກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ ການເຜີຍແຜ່ລະບຽບການ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການບໍລິການທີ່ປຶກສາຄວາມປອດໄພ ກ່ຽວກັບເຄມີ ວັນທີ 09-11 ສິງຫາ 2023

ໃນລະຫວ່າງວັນທີ ວັນທີ 09-11 ສິງຫາ 2023 , ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ, ການເຜີຍແຜ່ລະບຽບການ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການບໍລິການທີ່ປຶກສາຄວາມປອດໄພ ກ່ຽວກັບເຄມີ ທີ່ແຂວງຈໍາປາສັກ. ໂດຍການເປັນປະທານຮ່ວມຂອງທ່ານ ຄໍານ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ປອ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ, ເຊິ່ງມີຜູ້ເຂົ້າຮ່ວມຈາກຕາງໜ້າກົມອ້ອມຂ້າງກະຊວງ ອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ, ພາກທຸລະກິດທີ່ໄດ້ນໍາໃຊ້ເຄມີ ແລະ ຜູ້ທີ່ດໍາເນີນກິດຈະການກ່ຽວກັບເຄມີໃນ 06 ແຂວງ. ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ສອນໃຫ້ຜູ້ເຂົ້າຮ່ວມຮູ້ກ່ຽວກັບວິທີການນໍາໃຊ້ຖານຂໍ້ມູນເຄມີແຫ່ງຊາດ ເປັນຕົ້ນ: ການປ້ອນຂໍ້ມູນບໍລິສັດ, ການຂໍອະນຸຍາດນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ແຜນປະຈຳປີ, ຂື້ນທະບຽນບັນຊີ ແລະ ອື່ນໆ. ລວມທັງເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບເຄມີ, ລະບຽບການຄຸ້ມຄອງໂຮງງານ, ແຈ້ງການກ່ຽວກັບວຽກງານສິ່ງແວດລ້ອມໂຮງງານອຸດສາຫະກຳ, ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການບໍລິການທີ່ປຶກສາຄວາມປອດໄພ ກ່ຽວກັບເຄມີ ແລະ ໄດ້ແລກປ່ຽນຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດລະບຽບການຢ່າງກົງໄປກົງມາ ແລະ ມີເນື້ອໃນສຳຄັນ.