ພາລະບົດບາດ

ພາລະບົດບາດຂອງກົມອຸດສາຫະກຳ ແລະ ຫັດຖະກຳ

ກົມອຸດສາຫະກໍາ ແລະ ຫັດຖະກໍາ ຂຽນຫຍໍ້: ກອຫ, ພາສາສາອັງກິດ Department of Industry and Handicrafts ຂຽນຫຍໍ້: DIH ແມ່ນກົມວິຊາການ ສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງ ແລະ ຢູ່ ພາຍໃຕ້ການຊີ້ນໍາໂດຍກົງຂອງຄະນະພັກ ແລະ ຄະນະນໍາກະຊວງ.

ກົມອຸດສາຫະກໍາ ແລະ ຫັດຖະກໍາ ມີພາລະບົດບາດ ເປັນເສນາທິການໃຫ້ລັດຖະມົນຕີກະຊວງ ກ່ຽວກັບ ການສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ເຂດ ແລະ ນິຄົມ ອຸດສາຫະກໍາ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນ ໃນການຜະລິດສິນຄ້າຈໍາຫນ່າຍພາຍໃນ ແລະ ສົ່ງອອກ. ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ ເພື່ອຮັບປະ ກັນການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ, ປະຢັດພະລັງງານ, ຫຼຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ.

ຂໍ້ຕົກລົງ 1551/ອຄ