ຂ່າວການເຄື່ອນໄຫວ

ແຮງງານຕັດຫຍິບໄດ້ຮັບການສັກວັກຊີນໂຄວິດ ເຖິງເກືອບ 5.000 ຄົນ

ສືບເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຮອບສອງ ຢູ່ປະເທດເຮົາ ທີ່ເລີ່ມທະວີຄວາມຮຸນແຮງຂື້ນ ຫຼັງຈາກ ປີໃໝ່ລາວ ເປັນຕົ້ນມາ ແລະ ພາຍໃຕ້ນະໂຍບາຍຂອງລັດຖະບານເພື່ອລະດົມໃຫ້ທຸກຄົນໄດ້ຮັບການສັກວັກຊີນ, ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ທັງເປັນສະມາຊິກສະພາແຫ່ງຊາດຈາກແຂວງຈຳປາສັກ ໄດ້ເປີດເຜີຍວ່າ ສະມາຄົມໄດ້ຮ່ວມເຮັດວຽກກັບ ຜູ້ບໍລິຫານຂອງບັນດາໂຮງງານຕັດຫຍິບຊຸກຍູ້ ແລະ ສ້າງຄວາມສະດວກໃຫ້ແກ່ພະນັກງານ ແລະ ກຳມະກອນ ໄດ້ຮັບ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອຊ່ວຍສ້າງພູມຄຸ້ມກັນຈາກຕິດ ແລະ ແຜ່ເຊື້ອດັ່ງກ່າວ ທັງເປັນການປົກປ້ອງຄອບຄົວ, ຜູ້ໃກ້ສິດ ແລະ ສັງຄົມ ກໍຄືປະກອບສ່ວນໃນການຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19. ອີກດ້ານໜຶ່ງ, ແມ່ນເພື່ອເອື້ອອຳນວຍໃຫ້ບັນດາໂຮງງານຕັດຫຍິບ ສາມາດສືບຕໍ່ດໍາເນີນກິດຈະການໄດ້ຢ່າງຕໍ່ເນື່ອງ ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂຮງຈັກໂຮງງານ ບໍ່ວ່າຈະເປັນ ການຮັກສາໄລຍະຫ່າງ, ການກວດແທກອຸນຫະພູມ ແລະ ການອະນາໄມຂ້າເຊື້ອຕ່າງໆ.
ຂະບວນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແມ່ນດຳເນີນຢູ່ຕາມໂຮງໝໍ ແລະ ສະຖານທີ່ຕ່າງໆ ທີ່ກະຊວງ ສາທາລະນະສຸກ ຈັດໃຫ້ແກ່ສາທາລະນະຊົນ ຊຶ່ງພິເສດກໍມີການຈັດໜ່ວຍເຄື່ອນທີ່ລົງສັກວັກຊີນໃຫ້ຢູ່ບາງໂຮງງານ ໂດຍທີ່ມາການເຂົ້າຮ່ວມຂະບວນການນີ້ຢ່າງພົ້ນເດັ່ນ ມີໂຮງງານຕຣີແມັກ, ໂຮງງານດິບວູ, ໂຮງງານສະກາວີລາວ, ໂຮງງານໄຮເທັກ, ໂຮງງານອານປີລາວ, ໂຮງງານເວັນເຈີ, ໂຮງງານເກຣດລາວ, ໂຮງງານໄອຊິນ, ໂຮງງານອັບປາແຣນ, ໂຮງງານແຮັກເກີ, ໂຮງງານກຽນວິໄລ, ໂຮງງານຫວຽດທູ, ໂຮງງານຢາມາເກັນ ແລະ ແຫ່ງອື່ນໆ. ໂດຍລວມແລ້ວ ຮອດວັນທີ 7 ພຶດສະພາ 2021, ມີພະນັກງານ ແລະ ກຳມະກອນ 4.980 ຄົນ ຈາກໂຮງງານຕັດຫຍິບຫຼາຍກວ່າ 20 ແຫ່ງ ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19. ມີໂຮງງານອີກຈຳນວນໜຶ່ງ ກໍຂື້ນແຜນເພື່ອສ້າງຂະບວນການ ສັກວັກຊີນກັບທີ່ ນັບແຕ່ ອາທິດໜ້າເປັນຕົ້ນໄປ.
ໃນໂອກາດນີ້, ທ່ານ ປອ ໄຊບັນດິດ ລາຊະພົນ ກໍຂໍຕາງໜ້າໃຫ້ສະມາຊິກຂອງສະມາຄົມອຸດສາຫະກຳຕັດຫຍິບລາວ ສະແດງຄວາມຂອບອົກຂອບໃຈມາຍັງພາກລັດ ໂດຍສະເພາະ ກະຊວງສາທາລະນະສຸກ ແລະ ໂຮງໝໍກ່ຽວຂ້ອງ ທີ່ໄດ້ ເອົາໃຈໃສ່ ແລະ ອຳນວຍສະດວກແກ່ຂະບວນການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ບັນດາໂຮງງານຕ່າງໆ.