Uncategorizedຂ່າວທົ່ວໄປຂ່າວລ່າສຸດ

ບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ (VSI)ຊ່ວຍເຫຼັກເສັ້ນສ້າງຫ້ອງການ ອຄ ເມືອງ ລ້ອງຊານ

ໃນວັນທີ 25 ພຶດສະພາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບ-ຮັບ ເຫຼັກເສັ້ນ ຈາກບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ (VSI) ເພື່ອຊ່ວຍເຫຼືອກໍ່ສ້າງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງລ້ອງຊານ, ແຂວງໄຊສົມບູນ ທີ່ໄຟໄໝ້ຫ້ອງການ. ໃນພິທີດັ່ງກ່າວ ທ່ານ ຫຼິ້ນ ກ້ວງລີ້, ຜູ້ອໍານວຍການ ບໍລິສັດ ເປັນຜູ້ມອບ ແລະ ຮັບໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະກົມອຸດສາຫະກໍາ ແລະ ຫັດຖະກໍາ, ຫ້ອງການກະຊວງ ອຄ ເຂົ້າຮ່ວມ.

ໃນ​ໂອກາດນີ້ ທ່ານ ບູນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ  ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງຜູ້ອໍານວຍການພ້ອມດ້ວຍຄະນະທີ່ປະກອບສ່ວນໃນຄັ້ງນີ້ ​ແລະ ຫ້ອງການ​ກະຊວງຈະໄດ້ນຳ​​ໄປ​ມອບ​ຕໍ່ໃຫ້​ຫ້ອງການ ອ​ຄ ​ເມືອງ​ລ້ອງ​ຊານ, ​​​ເພື່ອກໍ່ສ້າງ​ຫ້ອງການທີ່​​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອັກຄີ​ໄພ ​ໃນ​ເດືອນ​ມີນາ 2022 ຜ່ານ​ມາ.

ບໍລິສັດ ນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ ຕັ້ງຢູ່ບ້ານ ຊຽງຄວນ,  ເມືອງ ຫາດຊາຍຟອງ, ​ນະຄອນຫຼວງວຽງຈັນ ໄດ້ເລີ່ມດຳເນີນການຜະລິດມາແຕ່ປີ 1994. ປະຈຸ​ບັນມີພະນັກງານ-ກຳມະກອນທັງໝົດ 450 ຄົນ, ຍິງ 80 ຄົນ. ສາມາດ​ຜະລິດເຫຼັກເສັ້ນໄດ້ 300.000 ໂຕນ/ປີ ​ເພື່ອສະໜອງໃຫ້ຜູ້ຊົມໃຊ້​ພາຍໃນ ​​ແລະ ສົ່ງ​ອອກ​.