ກວດກາໂຮງງານຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວລ່າສຸດຂ່າວເດັ່ນ

ລັດຖະມົນຕີ ກະຊວງ ອຄ, ພ້ອມດ້ວຍຄະນະ ລົງເຮັດວຽກ ແລະ ເຄື່ອນໄຫວລົງຢ້ຽມຢາມໂຮງງານຕັດຫຍິບຂອງບໍລິສັດ ໄຮ-ເທັກ ລາວ ແອບພາເຣວ ຈຳກັດ

ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ, ພ້ອມດ້ວຍຄະນະ ລົງເຮັດວຽກ ແລະ ເຄື່ອນໄຫວລົງຢ້ຽມຢາມໂຮງງານຕັດຫຍິບຂອງບໍລິສັດ ໄຮ-ເທັກ ລາວ ແອບພາເຣວ ຈຳກັດ

ໃນຕອນເຊົ້າ ເວລາ 9.30 ມ, ວັນທີ 06 ຕຸລາ 2021, ທ່ານ ປອ. ຄຳແພງ ໄຊສົມແພງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຫົວໜ້າກົມ, ຄະນະຫ້ອງການກະຊວງ ອຄ ແລະ ພະນັກງານຈໍານວນໜື່ງຂອງກະຊວງ ແລະ ພະແນກ ອຄ ນະຄອນຫຼວງ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງງານຕັດຫຍິບຂອງບໍລິສັດ ໄຮ-ເທັກ ລາວ ແອບພາເຣວ ຈໍາກັດ ຕັ້ງຢູ່ບ້ານ ໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຈຸດປະສົງການລົງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ເພື່ອຕິດຕາມກວດກາການປະຕິບັດ ແລະ ມາດຕະການປ້ອງກັນ ຂອງໂຮງງານ ເພື່ອຄວາມປອດໄພ ແລະ ສະກັດກັ້ນ ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ພາຍໃນບໍລິສັດ. ໃນການຢ້ຽມຢາມໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຈາກຄະນະບໍລິຫານຂອງບໍລິສັດ ແລະ ຮັບຟັງການລາຍງານຈາກທ່ານ ຈຳລອງ ເຈນທະນະກິດ ໃນນາມຜູ້ອຳນວຍການບໍລິສັດ ໂດຍໄດ້ລາຍງານສະພາບ ແລະ ການເຄື່ອນໄຫວດໍາເນີນທຸລະກິດໄລຍະຜ່ານມາ ຊຶ່ງບໍລິສັດັ່ງກ່າວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1990 ໂດຍຮ່ວມທຶນກັບຕ່າງປະເທດ (ປະເທດໄທ): ລາວຖືຫຸ້ນ 30% ແລະ ໄທ 70% ໂດຍລົງທຶນສ້າງຕັ້ງໂຮງງານຕັດຫຍິບເຄື່ອງນຸ່ງຫົ່ມສົ່ງອອກຕ່າງປະເທດ 100% ໂດຍມີພະນັກງານ ແລະ ກຳມະກອນລາວທັງໝົດ 605 ຄົນ, ເປັນຍິງ 507 ຄົນ. ພະນັກງານທີ່ໄດ້ຮັບການສັກວັກຊີນທັງໝົດ 589 ຄົນ ແລະ ຍັງບໍ່ທັນໄດ້ສັກວັກຊີນ 26 ຄົນ. ໃນປີ 2020 ໄດ້ສົ່ງອອກ ເຄື່ອງນຸ່ງຫົ່ມໄປຕ່າງປະເທດ ເຊັ່ນ: ຕະຫລາດສະຫະພາບຢູໂຣບ ແລະ ປະເທດໄທ, ລວມມູນຄ່າ 10,674,100 ໂດຣາສະຫະລັດ ຫຼື 96,6 ຕື້ ກີບ. ສະເພາະ 9 ເດືອນຕົ້ນປີ 2021 ສາມາດສົ່ງອອກມູນຄ່າ 7,1 ລ້ານໂດລາ ຫຼື 67 ຕື້ກີບ. ນັບແຕ່ມີການລະບາດຂອງພະຍາດ ໂຄວິດ 19 ແຕ່ທ້າຍເດືອນເມສາ 2021 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ກັບໂຮງງານຢ່າງຫຼວງຫຼາຍ ເຊັ່ນ: ການສົ່ງເຄື່ອງໃຫ້ລູກຄ້າບໍ່ທັນຕາມກຳນົດເວລາ ໂດຍຜ່ານທາງເຮືອ, ເຊິ່ງເຮັດໃຫ້ຫຼ້າຊ້າ ແລະ ມີການນຳສົ່ງອອກເພີ່ມຕື່ມ ໄປທາງເຮືອບິນ. ບໍລິສັດ ໄຮ-ເທັກ ລາວ ແອບພາເຣວ ຈໍາກັດ, ຍັງຈໍາຕ້ອງອາໄສສົ່ງເຄື່ອງຈໍານວນໜຶ່ງໃຫ້ໂຮງງານສາຂາອື່ນທີ່ປະເທດໄທ ຊ່ວຍຫຍິບ ແລະ ສົ່ງອອກແທນ.

ພ້ອມນັ້ນ ທ່ານ ລັດຖະມົນຕີ ແລະ ຄະນະ ໄດ້ລົງກວດກາເບິ່ງສະພາບການຜະລິດ, ມາດຕະການປ້ອງກັນ ແລະ ການປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກ ໂດຍສະເພາະ ການວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ, ແອວກໍຮໍລ້າງມືຂ້າເຊື້ອ, ການຮັກສາໄລະຫ່າງການຂອງການເຮັດວຽກ, ການປະກອບອຸປະກອນການປ້ອງກັນຂອງກໍາມະກອນ, ອາຄານຫ້ອງອາຫານ, ສະຖານທີ່ພັກເຊົ່າ ແລະ ຫໍພັກຂອງກຳມະກອນ ໂດຍທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ໄດ້ສະແດງຄວາມເປັນຫວງເປັນໄຍ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ຢູ່ໃນບັນດາໂຮງງານໄລຍະນີ້ ຊຶ່ງທ່ານ ລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາ ແລະ ເໜັ້ນໜັກໃຫ້ບໍລິສັດ ເພື່ອເອົາໃຈໃສບາງບັນຫາສໍາຄັນ ດັ່ງນີ້:

  1. ໃຫ້ສືບຕໍ່ເອົາໃຈໃສ່ມາດຕະການປ້ອງກັນໂຄວິດ-19 ທີ່ຄະນະສະເພາະກິດ ແລະ ແຈ້ງການທັງສູນກາງ ແລະ ນະຄອນຫຼວງວາງອອກຢ່າເຂັ້ມງວດ, ສືບຕໍ່ເອົາໃຈໃສ່ ການວັດແທກອຸນຫະພູມກ່ອນການເຮັດວຽກ, ຈັດໃຫ້ມີເຈວລ້າງມື ຫຼື ສະບູໃຫ້ພຽງພໍ, ສືບຕໍ່ຮັກສາໄລຍະຫ່າງ ຢູ່ສະຖານທີ່ເຮັດວຽກ, ຫ້ອງອາຫານ, ຫໍພັກກຳມະກອນ ເພື່ອບໍ່ໃຫ້ແອອັດ. ສຳລັບການພົວພັນຄົນພາຍນອກໃຫ້ເອົາໃຈໃສ່ພິເສດ ແລະ ໃຫ້ມີຄວາມຮັດກຸມທີ່ສຸດ.
  2. ໃຫ້ເອົາໃສ່ໃສ່ປະເມີນສະຖານເຮັດວຽກຂອງໂຮງງານໃຫ້ມີຄວາມປອດໄພ ຕາມ 10 ຂໍ້ທີຄວນປະຕິບັດມາດຕະການປ້ອງກັນ ພະຍາດໂຄວິດ-19 ຢ່າງປົກກະຕິ ຫຼື ໃຫ້ດີກວ່ານັ້ນ.
  3. ໃຫ້ໂຮງງານສ້າງແຜນຮອງຮັບ ໃນກໍລະນີມີການລະບາດໃນໂຮງງານເປັນຕົ້ນ ສະຖານທີ່ຖານທີ່ປິ່ນປົວ/ໂຮງໝໍພາກສະໜາມ, ສູນກັກກັນຜູ້ສຳພັດໃກ້ສິດ ແລະ ປະກອບສ່ວນ ໃນການປິ່ນປົວ ເພື່ອແບ່ງເບົາພາລະຊ່ວຍລັດຖະບານ.
  4. ຕໍ່ກັບການສະເໜີຂໍດຳເນີນການຜະລິດໂດຍນຳໃຊ້ແຮງງານຢູ່ຫໍພັກ 400 ຄົນ. ປະຈຸບັນນີ້ ທາງຄະນະສະເພາະກິດ ກໍ່ໄດ້ພິຈາລະນາບົນພື້ນຖານແຈ້ງຂອງຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ.
  5. ຕໍ່ຂໍ້ສະເໜີຂອງໂຮງງານໃນການຂໍເຮັດວຽກວຽກນອກໂມງ ຈາກ 45 ຊົ່ວໂມງ/ເດືອນ ເປັນ 60 ຊົ່ວໂມງ/ເດືອນ ຂໍໃຫ້ກົມວິຊາການທີ່ກ່ຽວຂ້ອງ ແລະ ໂຮງງານສົມທົບກັນຄົ້ນຄວ້າປຶກສາກັນເພື່ອຫາທາງອອກທີ່ເໝາະສົມ ແລະ ສອດຄ່ອງກັບລະບຽບກົດໝາຍ.
  6. ການນຳໃຊ້ແຮງງານຈາກທາງນອກ ປະຈຸບັນ ເນື່ອງຈາກການລະບາດໃນຊຸມຊົນຍັງມີຫຼາຍ, ພວກເຮົາເປັນຫ່ວງຈະຂະຫຍາຍເຂົ້າມາສູ່ໂຮງງານ ຈຶ່ງສະເໜີໃຫ້ໃຊ້ ແຮງງານຢູ່ໃນຫໍພັກໂຮງງານໄປກ່ອນ. ສຳລັບການໃຊ້ແຮງງານນອກຫໍ່ພັກເຫັນວ່າຄວນປະຕິບັດໃນເງື່ອນໄຂ ແລະ ເວລາທີ່ເໝາະສົມ.
  7. ມາດຕະການຊ່ວຍເຫລືອ ຊຶ່ງລັດຖະບານກໍໄດ້ສຸ່ມໃສ່ໃນການສັກວັກຊີນໃຫ້ສຳເລັດຕາມແຜນ, ຊອກຫາຜູ້ຕິດເຊື້ອມາປິ່ນປົວ, ສ້າງສູນກັກກັນ ແລະ ໂຮງໝໍພາກສະໜາມ ແລະ ມີມາດຕະການຜ່ອນຜັນໃຫ້ເໝາະສົມກັບສະພາບຕົວຈິງ.

ສຸດທ້າຍ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມດີໃຈທີ່ໄດ້ມີໂອກາດມາຢ້ຽມຢາມ ແລະ ໃຫ້ການຕ້ອນຮັບຢ່າງອົບ ພ້ອມທັງໄດ້ຍ້ອງຍໍຊົມເຊີຍບໍລິສັດ ທີ່ຕັ້ງໜ້າເອົາໃຈໃສ່ການປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຢ່າງດີໃນໄລຍະຜ່ານມາ ແລະ ເອົາໃຈໃສ່ສືບຕໍ່ດີຂື້ນກວ່າເກົ່າ.