ຂ່າວການເຄື່ອນໄຫວ

ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປີ 2021-2025 ໄດ້ຖຶກຮັບຮອງໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2021

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2021 ທີ່ຜ່ານມາ ໄດ້ພິຈາລະນາວາລະແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປີ 2021-2025 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີມາ, ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ຊຶ່ງຜົນກອງປະຊຸມ ໂດຍພື້ນຖານເຫັນດີຮັບຮອງເອົາຮ່າງແຜນພັດທະນາ ອຫ ດັ່ງກ່າວ ເນື່ອງຈາກແຜນພັດທະນາດັ່ງກ່າວ ແມ່ນມີຄວາມສໍາຄັນຫຼາຍ ຕໍ່ການສ້າງຖານການຜະລິດພາຍໃນປະເທດ ໂດຍຂະແໜງດັ່ງກ່າວແມ່ນອັງປະກອບໜື່ງໃນໂຄງປະກອບເສດຖະກິດ ກໍ່ຄືການຜັນຂະຫຍາຍໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ IX ປີ 2021-2025 ແລະ ສະໜັບສະໜູນ 2 ວາລະແຫ່ງຊາດ.
ເປົ້າໝາຍລວມຂອງແຜນພັດທະນາສະບັບນີ້ ແມ່ນເພື່ອ: 1) ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ເປັນທ່າແຮງໃຫ້ສ້າງມູນຄ່າເພີ່ມສູງ, ໄດ້ມາດຕະຖານ ແລະ ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນໄດ້; 2) ສົ່ງເສີມ ແລະ ພັດທະນາອຸດສາຫະກໍາປຸງແຕ່ງ ໃຫ້ກ້າວສູ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ; 3) ພັດທະນາໂຄງລ່າງພື້ນຖານ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍແກ່ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ; 4) ພັດທະນາສິນຄ້າຫັດຖະກຳທີ່ເປັນຈຸດສຸມ ໃຫ້ໄດ້ຄຸນນະພາບ ແລະ ມາດຕະຖານ, ການສ້າງມູນຄ່າເພີ່ມ ໃຫ້ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ; 5) ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຊາວຊ່າງຫັດຖະກຳ ແລະ ກຸ່ມຜູ້ຜະລິດສິນຄ້າຫັດຖະກຳ ເຊື່ອມໂຍງກັບການທ່ອງທ່ຽວ; 6) ສົ່ງເສີມການສະຫງວນ, ອະນຸລັກ ແລະ ປົກປັກຮັກສາ, ພູມປັນຍາຫັດຖະກຳ ແລະ ມູນເຊື້ອມໍລະດົກວັດທະນະທຳຫັດຖະກຳ ໃຫ້ມີຄວາມຍືນຍົງ; ແລະ 7) ເພີ່ມທະວີກົນໄກການປະສານງານ ແລະ ຮ່ວມມືກັບພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ.
ຄາດໝາຍລວມຂອງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີດັ່ງນີ້:
 ອັດຕາການປະກອບສ່ວນອຸດສາຫະກຳປຸງແຕ່ງໃນລວມຍອດຜະລິດຕະພັນພາຍໃນ (GDP) 12%;
 ອັດຕາຂະຫຍາຍຕົວມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ລະຫວ່າງ 8-10% ຕໍ່ປີ;
 ການສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 18% ຕໍ່ປີ ແລະ ມູນຄ່າສົ່ງອອກສີິນຄ້າອຸດສາຫະກຳປຸງແຕ່ງ ກວມ 50% ຂອງມູນຄ່າການສົ່ງອອກທັງໝົດ;
 ການສົ່ງອອກສິນຄ້າຫັດຖະກຳຂະຫຍາຍຕົວ ລະຫວ່າງ 5-7% ຕໍ່ປີ;
 ສູ້ຊົນເຮັດໃຫ້ຈໍານວນໂຮງງານ: ຂະໜາດນ້ອຍ, ກາງ ແລະ ໃຫຍ່ ໃໝ່ເພີ່ມຂຶ້ນ 2% ຕໍ່ປີ;
 ການສ້າງວຽກເຮັດງານທໍາໃນຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວລະຫວ່າງ 2-3% ຕໍ່ປີ.
ໂດຍແຜນພັດທະນາ ອຫ ປີ 2021-2025 ສະບັບນີ້ ເນັ້ນໃຫ້ຄວາມສໍາຄັນວຽກງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ໂດຍສະເພາະການຊຸກຍູ້ສົ່ງເສີມ 8 ກຸ່ມອຸດສາຫະກຳທີ່ເຫັນວ່າມີທ່າແຮງ (1. ອຸດສາຫະກໍາປຸງແຕ່ງອາຫານ ແລະ ເຄື່ອງດື່ມ; 2. ອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ; 3. ອຸດສາຫະກໍາວັດສະດຸກໍ່ສ້າງ; 4. ອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກໍາ (ທີ່ບໍ່ແມ່ນສະບຽງອາຫານ) ແລະ ປ່າໄມ້; 5. ອຸດສາຫະກໍາປຸງແຕ່ງແຮ່ທາດໂລຫະ ແລະ ເຄມີອຸດສາຫະກໍາ; 6. ອຸດສາຫະກໍາເຄື່ອງໃຊ້ໄຟຟ້າ ແລະ ຊິ້ນສ່ວນເອເລັກໂຕຣນິກ; 7. ອຸດສາຫະກໍາພາຫະນະ ແລະ ກົນຈັກຮັບໃຊ້ກະສິກໍາ; ແລະ 8. ອຸດສາຫະກໍາສິ່ງພິມ ແລະ ເຄື່ອງຫຸ້ມຫໍ່),
ທີ່ປະຊຸມ ໄດ້ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ນໍາເອົາຄໍາເຫັນຂອງບັນດາສະມາຊິກລັດຖະບານ ແລະ ຜົນຂອງກອງປະຊຸມ ເພື່ອປັບປຸງດ້ານເນື້ອໃນ ແລະ ນໍາສະເໜີຜ່ານທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອມີຄໍາເຫັນອັນສຸດທ້າຍ ກ່ອນສະເໜີລັດຖະບານ ເພື່ອຮັບຮອງ ແລະ ປະກາດໃຊ້.