Elementor #720
ເງື່ອນໄຂ ແລະ ຂັ້ນຕອນ ການສະເໜີຂໍສ້າງຕັ້ງສູນສົ່ງເສີມຫັດຖະກຳ
ເງື່ອນໄຂ ແລະ ຂັ້ນຕອນ ວິທີການສະເໜີຂໍອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວສູນສົ່ງເສີມຫັດຖະກຳ ປະກອບມີ 4 ເງື່ອນໄຂ ແລະ ຂັ້ນຕອນການສະເໜີຂໍອະນຸຍາດສ້າງຕັ້ງສູນສົ່ງເສີມຫັດຖະກຳ 2 ຂັ້ນຕອນ ຄື :
ກ) ເງື່ອນໄຂການສ້າງຕັ້ງສູນສົ່ງເສີມຫັດຖະກຳ
1. ເຈົ້າຂອງຕ້ອງເປັນພົນລະເມືອງລາວ;
2. ເປັນນິຕິບຸກຄົນທີ່ຂື້ນທະບຽນຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ;
3. ມີສະຖານທີ່ຕັ້ງເໜາະສົມ ແລະ ເນື້ອທີພຽງພໍ ສຳລັບກິດຈະກຳຕົ້ນຕໍຂອງສູນສົ່ງເສີມຫັດຖະກຳ;
4. ມີພະນັກງານ ຫຼື ຊາວຊ່າງຫັດຖະກຳ ທີ່ມີຄວາມຊຳນານງານ ໃນຂະແໜງວິຊາຊີບຫັດຖະກຳໃດ ໜຶ່ງ ປະຈຳຢູ່ສູນສົ່ງເສີມຫັດຖະກຳ.
ຂ) ອົງປະກອບຂອງສູນສົ່ງເສີມຫັດຖະກຳ
1. ມີສະຖານທີ່ຈັດຝຶກອົບຮົມ ທີ່ສາມາດຮອງຮັບ ຜູ້ເຂົ້າຮ່ວມຝຶກອົບຮົມ ແຕ່ 20 ຄົນຂື້ນໄປ;
2. ສະຖານທີ່ທຳການຜະລິດ ຫຼື ສາທິດ ຢ່າງໜ້ອຍ 2 ຜະລິດຕະພັນຫັດຖະກຳ;
3. ສະຖານທີ່ວາງສະແດງ ແລະ ຈຳໝ່າຍ ຜະລິດຕະພັນຫັດຖະກຳ;
4. ມີເຄື່ອງມື, ອຸປະກອນ ຮັບໃຊ້າກນດຳເນີນ ການຜະລິດ ແລະ ສາທິດ.
ຄ) ການສະເໜີຂໍສ້າງຕັ້ງສູນສົ່ງເສີມຫັດຖະກຳ
1. ການຍື່ນຄຳຮ້ອງ: ຜູ້ມີຈຸດປະສົງສ້າງຕັ້ງສູນສົ່ງເສີມຫັດຖະກຳ ຍື່ນຊຸດເອກະສານຄຳຮ້ອງ ຢູ່ທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອສະເໜີ ຄະນະກຳມະການ ກວດກາ ລົງສະຖານທີ່ຕັ້ງສູນສົ່ງເສີມຫັດຖະກຳ. ພາຍຫຼັງຄະນະກຳມະການ ລົງກວດກາ ສະຖານທີ່ຕັ້ງ ຈະເຮັດບົດບັນທຶກກວດກາສະຖານທີ່ຕັ້ງ, ໜັງສືແຈ້ງຕອບ ພ້ອມຊຸດເອກະສານ ສົ່ງຕໍ່ກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອພິລະນາອອກໃບອະນຸຍາດສ້າງຕັ້ງສູນ;
2. ຂັ້ນຕອນ ແລະ ເວລາໃນການພິຈາລະນາອອກໃບອະນຸຍາດສ້າງຕັ້ງສູນສົ່ງເສີມຫັດຖະກຳ ພາຍ ຫຼັງ ໄດ້ຮັບຊຸດເອກະສານ ແລະ ໜັງສືແຈ້ງຕອບຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ກົມອຸດສາຫະກຳ ແລະ ຫັດຖະກຳ ຕ້ອງຄົ້ນຄວ້າພິຈາລະນາອອກໃບອະນຸຍາດ ສ້າງຕັ້ງສູນສົ່ງເສີມຫັດຖະກຳ.
ບົດແນະນໍາກ່ຽວກັບການສ້າງສູນສົ່ງເສີມຫັດຖະກຳ
ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນຜູ້ພິຈາລະນາອອກອະນຸຍາດສ້າງຕັ້ງສູນສົ່ງເສີມຫັດຖະກຳ ຕາມການສະເໜີຍື່ນຄຳຮ້ອງຂອງຜູ້ປະກອບການ/ຫົວໜ່ວຍຫັດຖະກຳ ໂດຍຜ່ານພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ບ່ອນສະຖານທີ່ຕັ້ງຂອງສູນສົ່ງເສີມຫັດຖະກຳ, ພ້ອມກັນນີ້ ກໍ່ປະຕິບັດນະໂຍບາຍ ສົ່ງເສີມ ແລະ ຄຸ້ມຄອງການສ້າງຕັ້ງສູນສົ່ງເສີມຫັດຖະກຳ ຄື:
1. ເປັນເຈົ້າການໃນການສົ່ງເສີມ ແລະ ຄຸ້ມຄອງ ການເຄື່ອນໄຫວຂອງສູນສົ່ງເສີມຫັດຖະກຳ ;
2. ຊຸກຍູ້ສົ່ງເສີມ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ; ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ເປັນເຈົ້າການເຜີຍແຜ່ໂຄສະນາ ເຖິງຜູ້ປະກອບການ/ຊາວຊ່າງຫັດຖະກຳ ກ່ຽວກັບການສ້າງຕັ້ງ ສູນສົ່ງເສີມຫັດຖະກຳ ຢ່າງກວ້າງຂວາງ;
3. ໃຫ້ຄຳປຶກສາ ແລະ ແນະນຳກ່ຽວກັບ ການສ້າງຕັ້ງສູນສົ່ງເສີມຫັດຖະກຳ;
4. ຊຸກຍູ້ ຕິດຕາມ ການສ້າງສູນສົ່ງເສີມຫັດຖະກຳໃຫ້ຖືກຕ້ອງຕາມບົດວິພາກເສດຖະກິດ-ເຕັກນິກ;
5. ເປັນເຈົ້າການປະສານງານ ກ່ຽວກັບການຕິດຕາມ, ປະເມີນການເຄື່ອນໄຫວ ກິດຈະ ການຂອງສູນ ສົ່ງເສີມຫັດຖະກຳ ເປັນຕົ້ນ ການວາງສະແດງ ແລະ ຈຳໝ່າຍຜະລິດຕະພັນ, ການຝຶກອົບຮົມ, ການຜະລິດ ແລະ ສາທິດ, ການວິເຄາະ ແລະວິໄຈ ການພັດທະນາຜະລິດຕະພັນຫັດຖະກຳ ແລະ ອື່ນໆ;
6. ການເຄື່ອນໄຫວຂອງສູນສົ່ງເສີມຫັດຖະກຳ
– ວາງສະແດງ ແລະ ຈຳໝ່າຍຜະລິດຕະພັນ ທີ່ຜະລິດຢູ່ ສ ປປລາວ ;
– ຈັດຝຶກອົບຮົມວິຊາຊີບຫັດຖະກຳ ເພື່ອພັດທະນາບຸກຄາລະກອນ, ພັດທະນາຜະລິດ ຕະພັນຫັດຖະກຳ;
– ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງຜູ້ປະກອບການ, ຊາວຊ່າງຫັດຖະກຳ ;
– ຄົ້ນຄວ້າ, ທົດລອງ, ສາທິດ, ວິເຄາະ ແລະ ວິໄຈ ເພື່ອພັດທະນາຜະລິດຕະພັນຫັດຖະກຳ;
– ຜະລິດ ແລະ ຈຳໝ່າຍ ຜະລິດຕະພັນຫັດຖະກຳ;
– ເຈລະຈາຊື້-ຂາຍ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ຊາວຊ່າງຫັດຖະກຳ ທັງເປັນຫໍພິພິດທະພັນຫັດຖະກຳ ເພື່ອອະນຸລັກຜະລິດຕະພັນຫັດຖະກຳ.
7. ສິດ ແລະ ພັນທະຂອງສູນສົ່ງເສີມຫັດຖະກຳ
– ໄດ້ຮັບການປົກປ້ອງສິດຜົນປະໂຫຍດ ແລະ ກຳມະສິດອັນຊອບທຳຂອງຕົນຕາມກົດໝາຍ ແລະ ລະບຽບການ;
– ການຄຸ້ມຄອງບໍລິຫານ ແລະ ດຳເນີນການຂອງສູນສົ່ງເສີມຫັດຖະກຳຕາມແຜນທີ່ກຳນົດໄວ້;
– ເຂົ້າຮ່ວມງານວາງສະແດງທັງພາຍໃນ ແລະ ຕ່າງປະເທດ ;
– ວາງແຜນການໃຫ້ຊາວຊ່າງຫັດຖະກຳ ເຂົ້າຮ່ວມຝຶກອົບຮົມວິຊາຊີບຢູ່ສູນສົ່ງເສີມຫັດຖະກຳ ຕາມແຜນຄວາມຕ້ອງການ ແລະ ຄວາມເໜາະສົມແຕ່ລະໄລຍະ;
– ປົກປັກຮັກສາ ຜະລິດຕະພັນຫັດຖະກຳ ທີ່ເປັນມູນເຊື້ອ, ວັດທະນະທຳຂອງຊາດ ແລະ ເອກະລັກສະເພາະຂອງທ້ອງຖີ່ນໃຫ້ມີຄວາມຍືນຍົງ;
– ສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອ ຮ່ວມມືສົ່ງເສີມການຜະລິດຫັດຖະກຳໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ ເພື່ອຕອບ ສະໜອງຄວາມຕ້ອງການຂອງຕະຫຼາດ.
8. ນະໂຍບາຍສົ່ງເສີມສູນສົ່ງເສີມຫັດຖະກຳ
– ການເຄື່ອນໄຫວກິດຈະກຳຂອງສູນສົ່ງເສີມຫັດຖະກຳ ຄື: ຈັດຝຶກອົບຮົມ, ຄົ້ນຄວ້າ, ທົດລອງ, ສາທິດ, ວິເຄາະ, ວິໄຈ ແລະ ກິດຈະກຳອື່ນໆ ເພື່ອພັດທະນາສິນຄ້າຫັດຖະກຳ ແມ່ນໄດ້ ຮັບນະໂຍບາຍຍົກເວັ້ນອາກອນຕ່າງໆ ກ່ຽວກັບວຽກງານການສຶກສາຄົ້ນຄວ້າ, ເຕັກ ໂນໂລຊີທີ່ນຳໃຊ້ເຂົ້າໃນການຝຶກອົບຮົມ- ຄົ້ນຄວ້າວິໄຈ ແລະ ການປະກອບສ່ວນ ພັດທະນາ ຊຸມຊົນ ແລະ ສັງຄົມ ພັດທະນາຜູ້ປະກອບການ, ໂຄສະນາເຜີຍແຜ່ການຄົ້ນຄວ້າວິໄຈ ດ້ວຍ ຫຼາຍຮູບການ;
– ການນຳເຂົ້າວັດຖຸອຸປະກອນຮັບໃຊ້ການຜະລິດໂດຍກົງ ຢູ່ສູນສົ່ງເສີມຫັດຖະກຳ ຈະໄດ້ຮັບ ການຍົກເວັ້ນພາສີ ແລະ ເສຍອາກອນມູນຄ່າເພີ່ມໃນອັດຕາ (0%) ;
– ນະໂຍບາຍດ້ານການເຂົ້າເຖິງຂໍ້ມູນຂ່າວສານ ເປັນຕົ້ນ ຂໍ້ມູນຂ່າວສານກ່ຽວກັບການຜະລິດ, ການຕະຫຼາດ, ລາຄາ, ແຫຼ່ງທຶນ, ແຫຼ່ງວັດຖຸດິບ ແລະ ອື່ນໆ ດ້ວຍຫຼາກຫຼາຍຊ່ອງທາງ.