ກວດກາໂຮງງານຂ່າວການເຄື່ອນໄຫວຂ່າວທົ່ວໄປ

ລົງຕິດຕາມໂຮງງານຕັດຫຍິບລາວອັບພາເລວ

ເພື່ອປະຕິບັດຕາມແຈ້ງການສະບັບເລກທີ່ 0323/ອຄ.ກອຫ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດ ໂຄວິດ 19 ກະຊວງອຸດສາຫະກຳ ແລະ ການຄ້າ. ໃນວັນທີ່ 27/4/2021. ຄະນະສະເພາະກິດໄດ້ ລົງຕິດຕາມໂຮງງານຕັດຫຍິບລາວອັບພາເລວ ຕັ້ງຢູ່ບ້ານໂພນໄຮຄຳ ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຜ່ານການລົງກວດກາຕົວຈີງ ໂຮງງານດັ່ງກ່າວແມ່ນນຳໃຊ້ແຮງງານທີ່ນອນຢູ່ໃນຫໍພັກຂອງໂຮງງານ ຈຳນວນ 120 ຄົນ ແລະ ໄດ້ມີການປະຕິບັດມາດຕະການຕ້ານໂຄວິດ 19 ໂດຍສະເພາະແຈ້ງການຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ວາງອອກ. ໂດຍສະເພາະໄດ້ມີການເພີ່ມຈຸດກວດຕ່າງໆ ພາຍໃນອາຄານ ເປັນຕົ້ນ ຈຸດວັດແທກອຸນຫະພູມ, ຫ້ອງກວດແພດຫມໍ ແລະ ຫ້ອງກັກຕົວສຳລັບແຮງງານ…