ຂ່າວການເຄື່ອນໄຫວ

ຊົມເຊີຍ! ໂຮງງານ ຮັດຈິລາວ ມອບເຄື່ອງຊ່ວຍເຫຼືອ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ Covid-19.

ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2021, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບ ມອບເຄື່ອງຊ່ວຍເຫຼືອ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ Covid-19 ຈາກໂຮງງານ ຮັດຈິລາວ. ໂດຍກ່າວມອບໂດຍທ່ານ MASAKI NISHIGAKI ຜູ້ອຳນວຍການໂຮງງານ ແລະ ຮັບໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງຊ່ວຍເຫຼືອທີ່ໂຮງງານນຳມາມອບໃນຄັ້ງນີ້ປະກອບມີ: ຊຸດປ້ອງກັນແບບໃຊ້ເທື່ອດຽວ
(ເສື້ອກາວ Surgical Isolation Gown, ໝວກ Surgical Cap) ຈຳນວນ 300 ຊຸດ. ມູນຄ່າລວມ 1.350 ໂດລາ, ຊຶ່ງເຄື່ອງດັ່ງກ່າວ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຈະໄດ້ນຳໄປມອບຕໍ່ໃຫ້ໂຮງໝໍທີ່ມີຄວາມຕ້ອງການນຳໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດ COVID-19.
ສຳລັບໂຮງງານຮັດຈິລາວ, ປະຈຸບັນຕັ້ງຢູ່ບ້ານບ້ານດົງສ້າງຫີນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ໂດຍໄດ້ເລີ່ມດຳເນີນກິດຈະການມາແຕ່ປີ 2009, ມີກຳມະກອນມີທັງໝົດ 250 ຄົນ (ຍິງ 238 ຄົນ). ຜະລິດຂອງໂຮງງານປະກອບມີ: ຜ້າຫົ່ມ, ຊົບຜ້າຫົ່ມ, ຖົງຫຸ້ມຫໍ່, ເສື່ອນອນ, ເສື້ອຫຸ້ມ, ໝອນ, ຜ້າປູບ່ອນນອນ, ຖົງ, ຊຸດ PPE, ອຸປະກອນການແພດ, ຜ້າປິດປາກ ແລະ ອັດຮ່າຍຖ່ານຂາວໃສຖົງ (ດັບກິ່ນ). ໂດຍຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເຊັ່ນ: ປະເທດ ຍີປຸ່ນ,ໄທ,ຈີນ.