ຂ່າວທົ່ວໄປຂ່າວລ່າສຸດຂ່າວເດັ່ນ

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວຢ້ຽມຢາມ-ຊຸກຍູ້ການຜະລິດ ຂອງໂຮງງານຜະລິດຊີມັງ ຢູ່ແຂວງຫຼວງພະບາງ

ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມປຶກສາຫາລືສ້າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ທີ່ຈັດຂຶ້ນຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນວັນທີ 5-7 ຕຸລາ 2022 ທີ່ຜ່ານມາ, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ໄດ້ລົງຢ້ຽມຍາມ ແລະ ຊຸກຍູ້ ການຜະລິດ ຂອງໂຮງງານຊີມັງ ຈຳນວນ 2 ໂຮງງານ ຄື: ໂຮງງານຊີມັງ ຫຼວງພະບາງ ຈຽງເກີ ໃນຕອນບ່າຍຂອງວັນທີ 5 ຕຸລາ 2022 ແລະ ໂຮງງານຊີມັງ ໃນຕອນບ່າຍວັນທີ 7 ຕຸລາ 2022.

ຈຸດປະສົງຂອງການລົງຢ້ຽມຢາມ ໃນຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ ທັງເປັນການຮັບຟັງບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການດຳເນີນກິດຈະການຂອງໂຮງງານ.

ພາຍຫຼັງໄດ້ຮັບຟັງການລາຍງານ ສະພາບການດໍາເນີນກິດຈະການ ຈາກຜູ້ອໍານວຍການໂຮງງານໃນໄລຍະຜ່ານມາແລ້ວ ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນຊີ້ນໍາ ກ່ອນອື່ນທ່ານໄດ້ສະແດງຄວາມຊົມ ເຊີຍທີ່ໂຮງງານໄດ້ມີການດໍາເນີນກິດຈະການປົກກະຕິ ເຖິງວ່າຈະພົບກັບສະພາບທີ່ເປັນອຸປະສັກຫຼາຍຢ່າງ ເປັນຕົ້ນ ພະຍາດໂຄວິດ-19, ການຂາດແຄນເງິນຕາຕ່າງປະເທດ, ລາຄາສິນຄ້າ ແລະ ລາຄານໍ້າມັນເຊື້ອໄຟ ທີ່ເພີ່ມສູງຂຶ້ນ ແລະ ອື່ນໆ.

ເຖິງຢ່າງໃດກໍຕາມ ເພື່ອເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນການສົ່ງເສີມການຜະລິດສິນຄ້າ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກ ຂໍໃຫ້ຜູ້ອໍານວຍການໂຮງງານສືບຕໍ່ດໍາເນີນການຜະລິດໃຫ້ເປັນປົກກະຕິ ເພື່ອສະໜອງຕະຫຼາດພາຍໃນໃຫ້ພຽງພໍ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ແລະ ເພື່ອສົ່ງອອກໃຫ້ຫຼາຍຂຶ້ນ ແລະ ນໍາເງິນຕາເຂົ້າປະເທດໃຫ້ໄດ້ຫຼາຍ ແລະ ກ້າວໄປເຖິງການຫຼຸດຜ່ອນການນຳເຂົ້າສິນຄ້າທີ່ຜະລິດໄດ້ຢູ່ພາຍໃນເທື່ອລະກ້າວ. ພ້ອມດຽວກັນນັ້ນ ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຜູ້ອໍານວຍການໂຮງງານ ສືບຕໍ່ເອົາໃຈໃສ່ໃນການຖ່າຍທອດບົດຮຽນ ດ້ານເຕັກນິກວິຊາການໃຫ້ແກ່ຄົນລາວ, ນໍາໃຊ້ແຮງງານຄົນລາວຢູ່ທ້ອງຖິ່ນໃຫ້ຫຼາຍ ແລະ ເຮັດວຽກໃຫ້ມີຄວາມປອດໄພ ທັງຮັບປະກັນບໍ່ໃຫ້ເປັນຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ພ້ອມກັນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຕາມທິດສີຂຽວ ແລະ ຍືນຍົງ.

  1. ໂຮງງານ ຊີມັງ​​ຫຼວງ​ພະ​ບາງ​ ຈຽງ​ເກີ

ໂຮງງານນີ້ ສ້າງຕັ້ງມາແຕ່ປີ 2002, ຕັ້ງຢູ່ບ້ານ ໂພນ​ມະ​ນີ, ເມືອງ​ນ້ຳ​ບາກ, ແຂວງ​ຫຼວງພະ​ບາງ. ໂຮງງານດັ່ງກ່າວ ລົງທຶນໂດຍບໍລິສັດ ຊີມັງກຸ່ຍໂຈ່ຈຽງເກີ ຈໍາກັດ (ສປ ຈີນ), ມູນຄ່າການລົງທຶນທັງໝົດ 38.000.000 ໂດລາສະຫະລັດ, ມີແຮງງານທັງໝົດ 190 ຄົນ, ກໍາລັງການຜະລິດ 2.000 ໂຕນ/ມື້, ດໍາເນີນກິດຈະການ ຜະລິດຊີມັງປອດແລນ ຍີ່ຫໍ້ ຊ້າງ 3 ໂຕ ເພື່ອຈໍາໝ່າຍພາຍໃນ ແລະ ສົ່ງອອກ, ອາຍຸສັນຍາສໍາປະທານ 40 ປີ. ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ເວີ່ນ ຢ່າວເຊີນ ຜູ້ອໍານວຍການໂຮງງານ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ.

  1. ໂຮງງານ ຊີມັງ ຄອນຈ໌ ຫຼວງພະບາງ

ໂຮງງານນີ້ ເປີດດໍາເນີນກິດຈະການ ມາແຕ່ເດືອນ ທັນວາ ປີ 2019, ໂຮງງານຕັ້ງຢູ່ບ້ານ ຜາແດງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໂຮງງານດັ່ງກ່າວເປັນການລົງທຶນຮ່ວມ ລະຫວ່າງ ບໍລິສັດ ກຣິດຕະພົງກຣຸບ ຈໍາກັດ, ບໍລິສັດ Conch International Holding (HK) Co., Ltd ແລະ ບໍລິສັດ Human Changsha YueBo Asset Manage-ment Co., Ltd, ມູນຄ່າການລົງທຶນທັງໝົດ 143 ລ້ານໂດລາສະຫະລັດ, ມີແຮງງານທັງໝົດ 240 ຄົນ, ດໍາເນີນກິດຈະ ການ ຜະລິດຊີມັງປອດແລນ ຍີ່ຫໍ້ ຄອນຈ໌ (CONCH) ເພື່ອຈໍາໝ່າຍພາຍໃນ ແລະ ສົ່ງອອກ, ກໍາລັງການຜະລິດ 2.500 ໂຕນ/ມື້, ອາຍຸສັນຍາສໍາປະທານ 48 ປີ. ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ຢານ ເຈັຍຈຸ່ນ ຜູ້ອໍານວຍການໂຮງງານ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ.

(ພາບ ແລະ ຂ່າວ ໂດຍ: ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ)