ສາລະຄວາມຮູ້

ໄຍຫີນຂາວ ແລະ ຜະລິດຕະພັນທີ່ມີສ່ວນປະກອບຂອງໄຍຫີນຂາວ

ໄຍຫີນຂາວແມ່ນຫຍັງ

​ໄຍຫີນ​ຂາວແມ່ນໄຍຫີນທຳມະຊາດ ເຊິ່ງມີຄຸນສົມບັດບໍ່ໄຫມ້ໄຟ ແລະ ບໍ່ຍ່ອຍສະຫລາຍ. ນອກຈາກນີ້, ຍັງທົນທານຕໍ່ສານເຄມີເກືອບທຸກຊະນິດ; ເນື້ອເສັ້ນໄຍມີຄວາມຢືດຢຸ່ນ ແລະ ທົນແຮງກະທົບໄດ້ດີຫລາຍ; ຖືກນຳມາໃຊ້ເປັນສ່ວນປະສົມຂອງຜະລິດຕະພັນປະເພດວັດສະດຸຊີມັງເສີມແຮງ (lightweight reinforced cement products), ວັດສະດຸພື້ນຜິວທີ່ມີຄວາມຝືດສູງ ແລະ ອື່ນໆ ມາເປັນເວລາດົນນານຈົນເຖິງປະຈຸບັນ.

ມະນຸດຮູ້ຈັກເສັ້ນໄຍຫີນຂາວມາຫລາຍກວ່າ 2000 ປີ. ໃນສະໄຫມບູຮານ ໄຍຫີນຂາວແມ່ນຖືກນໍາມາໃຊ້ເປັນຜ້າຫໍ່ເຜົາສົບ, ໄສ້ຕະກຽງນ້ຳມັນ ແລະ ເຄື່ອງຫຍິບປັກຖັກແສ່ວ/ເສື້ອຜ້າ. ແນວໃດກໍ່ຕາມ ອຸດສາຫະກຳເຫມືອງໄຍຫີນຫາກໍ່ມີຂຶ້ນຄັ້ງທຳອິດໃນໂລກໃນສັດຕະວັດທີ 19 ໃນແຄ້ວນອູຣານ ປະເທດຣັດເຊຍ, ປະເທດອີຕາລີ ແລະ ການາດາ.

ໄຍຫີນຂາວໃນປະຈຸບັນ

ຜະລິດຕະພັນທີ່ເຮັດຈາກແຮ່ໄຍຫີນໃນສະໄຫມປະຈຸບັນເມື່ອທຽບກັບໃນອະດີດແຕກຕ່າງກັນຢ່າງຊະນິດຫນ້າມືເປັນຫລັງມື ເນື່ອງຈາກໃນສະໄຫມປະຈຸບັນມີແຮ່ໄຍຫີນພຽງຊະນິດດຽວເທົ່ານັ້ນທີ່ຍັງຖືກນຳມາໃຊ້ ກໍ່ຄື ເສັ້ນໄຍຫີນຂາວ ຫຼື  chrysotile ໂດຍໃຊ້ປະສົມກັບຊີມັງ ຫລື ຢາງເຣຊິນ ເປັນວັດສະດຸທີ່ທົນໄຟ ແລະ ມີຄວາມແຂງແຮງທົນທານ ເຊັ່ນ ວັດສະດຸກໍ່ສ້າງ ວັດສະດຸພື້ນຜິວຄວາມຝືດສູງ ປະເກັນທົນໄຟ ປລາສະຕິກທົນໄຟ ໆລໆ

ໃນອະດີດ ຜະລິດຕະພັນທີ່ເຮັດຈາກໄຍຫີນມັກເປັນສະນວນທົນໄຟ, ຄວາມຮ້ອນທີ່ຂ້ອນຂ້າງແຕກແຫງແຕກເປັນຜຸຍໄດ້ງ່າຍພຽງແຕ່ໃຊ້ມືກົດ ໄຍຫີນທີ່ໃຊ້ຄືກຸ່ມແອັມຟີໂບນ (ໂຄຣຊີໂດໄລທ໌ ແລະ ອະໂມໄຊທ໌)

  • ປະຈຸບັນ ຜະລິດຕະພັນທີ່ໄຊ້ໄຍຫີນເປັນສ່ວນຜະສົມຄືເສັ້ນໄຍຫີນຂາວເທົ່ານັ້ນ ໃນຫລາຍປະເທດທົ່ວໂລກ ທັງໄທ ແລະ ລາວ.
  • ປະລິມານເສັ້ນໄຍຫີນຂາວໃນຊີມັງຈະມີພຽງ 8-9% ແລະ ຝັງຢູ່ໃນເນື້ອຊີມັງ ບໍ່ຟົ້ງກະຈາຍອອກມາພາຍນອກ.
  • ອຸດສາຫະກຳຜະລິດຕະພັນທີ່ມີເສັ້ນໄຍຫີນຂາວເປັນສ່ວນປະສົມມີຫລາຍກວ່າ 60 ປີ ໃນປະເທດໄທ ແລະ ຢູ່ພາຍໄຕ້ການເບິ່ງແຍງຄວບຄຸມທີ່ຖືກຕ້ອງ ບໍ່ເກີດປັນຫາສຸຂະພາບ ແລະ ໂລກໄພແກ່ກຳມະກອນ ແລະ ສາທາລະນະ
  • ປະເທດໄທມີກົດຫມາຍຫ້າມໃຊ້ໄຍຫີນປະເພດແອັມຟີໂບນ; ສປປ ລາວ ກໍເຊັ່ນດຽວກັນ ໄຍຫີນ 5 ຊະນິດໃນປະເພດແອັມຟີໂບນແມ່ນໄດ້ຫ້າມນຳໃຊ້ແລ້ວ ​ແລະ ບໍ່ເຄີຍມີກໍລະນີພະຍາດທີ່ເກີດຈາກຝຸ່ນໄຍຫີນ ເຊິ່ງເຊັ່ນດຽວກັນກັບປະເທດໃນທະວີບເອີຣົບ ແລະອາເມລິກາເຊິ່ງໃຊ້ເສັ້ນໄຍຫີນຂາວເທົ່ານັ້ນຜະລິດຊີມັງ ຈາກການສຶກສາໂຮງງານຜະລິດຊີມັງໃນປະເທດໄທບໍ່ປາກົດມີກຳມະກອນທີ່ເປັນໂລກມະເຮັງປອດ ແລະ ຂໍ້ມູນໂດຍລວມ ໂຮງງານຜະລິດຊີມັງທີ່ໃຊ້ເສັ້ນໄຍຫີນຂາວພຽງຢ່າງດຽວ ຈຳນວນກຳມະກອນທີ່ເປັນໂລກມະເຮັງປອດບໍ່ເກີນຄ່າມາດຕະຖານ
  • ປະລິມານຝຸ່ນເສັ້ນໄຍໃນຊັ້ນບັນຍາກາດທີ່ຢູ່ໄຕ້ຫລັງຄາຊີມັງ ເສັ້ນໄຍຫີນຂາວບໍ່ແຕກຕ່າງຈາກໃນສະພາວະແວດລ້ອມປົກະຕິ
  • ຈາກລາຍງານຂອງ WHO ຖ້າເສັ້ນໄຍຫີນຂາວບັງເອີນເຂົ້າໄປໃນປາກ ຫລື ລະບົບຍ່ອຍອາຫານ ຈະບໍ່ມີອັນຕະລາຍໃດໆ
  • ຊີມັງຈາກເສັ້ນໄຍຫີນຂາວເປັນວັດສະດຸທີ່ມີຄວາມແຂງແຮງທົນທານ ປະຢັດ ອະນຸລັກພະລັງງານ ແລະ ບໍ່ທຳລາຍສິ່ງແວດລ້ອມ
  • ປະຈຸບັນປະເທດທີ່ພັດທະນາແລ້ວຍັງຄົງໃຊ້ຜະລິດຕະພັນຊີມັງຈາກເສັ້ນໄຍຫີນຂາວ
  • ສານອຸທອນປະເທດສະຫະລັັດອາເມລິກາ ໄດ້ຄັດຄ້ານການສະເໜີໃຫ້ຫ້າມນຳໃຊ້ໄຍຫີນຂາວ ໂດຍພິຈາລະນາຈາກຂໍ້ມູນທາງວິທະຍາສາດ ແລະ ຜະລິດຕະພັນຊີມັງທີ່ເຮັດຈາກຈາກໄຍຫີນຂາວບໍ່ໄດ້ຖືກຫ້າມນຳໃຊ້ໃນສະຫະລັດອາເມລິກາ.