ຂ່າວທົ່ວໄປ

ປີ 2022 ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມພາວເວີ້ ປະຕິບັດພັນທະໄດ້ຫຼາຍກວ່າ 23 ຕື້ກີບ

 

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງືີ່ມ ພາວເວີ, ບໍລິສັດນໍ້າມັນເຊື້ອໄຟຍອດງືີ່ມ ພາວເວີ ຈໍາກັດ ສ້າງຕັັ້ງຂຶ້ນໃນວັນທີ 01 ພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ ໃນຮູບແບບ ບໍລິສັດ ຈໍາກັດ. ໂຮງງານຕັ້ງຢູ່ບ້ານຍອດງື່ມ, ເມືອງແປກ, ແຂວງຊຽງຂວາງ ດໍາເນີນການປຸງແຕ່ງນໍ້າມັນເຊື້ອໄຟ ປະເພດນໍ້າມັນກາຊວນອອກຮັບໃຊ້ສັງຄົມ ພາຍໃນແຂວງຊຽງຂວາງ, ຫຼວງພະບາງ, ໄຊສົມບູນ ແລະ ແຂວງບໍລິຄໍາໄຊ, ໂຮງງານມີກຳລັງການຜະລິດ 100 ລ້ານລິດຕໍ່ປີ.

ໃນປີ 2022 ໂຮງງານດັ່ງກ່າວປຸງແຕ່ງນຳ້ມັນກາຊວນອອກຮັບໃຊ້ສັງຄົມໄດ້ 11.203.105 ລິດ ມູນຄ່າ 215 ຕື້ກີບ. ໄດ້ປະຕິບັດພາສີ, ອາກອນ, ກອງທຶນທາງ ແລະ ກອງຄັງແຮໃຫ້ແກ່ລັດ ໄດ້ຫຼາຍກວ່າ 23 ຕື້ກີບ, ນອກຈາກນີ້ຍັງໄດ້ປະກອບສ່ວນຊຸກຍູ້ງານມະຫະກຳກິລາແຂວງຊຽງຂວາງ 110 ລ້ານກີບ, ຊ່ວຍສະໜອງນ້ຳມັນຮັບໃຊມະຫາກໍາກິລາແຫ່ງຊາດ ແລະ ງານສໍາຄັນອື່ນໃຫ້ມີບໍລິການພຽງພໍ.

ປັດຈຸບັນ ບໍລິສັດໄດ້ມີແຜນຂະຫຍາຍກິດຈະການສ້າງຕັ້ງໂຮງງານກັ່ນນ້ໍາມັນ ດ້ວຍການນຳໃຊ້ວັດຖຸດິບປະເພດນ້ຳມັນຄອນເດັນເສດ (Condensate) ດ້ວຍກໍາລັງການຜະລິດ 800 ລ້ານລິດຕໍ່ປີ ແລະ ສ້າງສາງເກັບມ້ຽນວັດຖຸດິບສະເພາະຕື່ມອີກ ຊຶ່ງຈະເປັນການລົງທຶນສ້າງວຽກເຮັດງານທໍາ, ປະກອບສ່ວນສ້າງລາຍຮັບໃຫ້ລັດ ແລະ ປະກອບສ່ວນສະໜອງນ້ໍາມັນຮັບໃຊ້ສັງຄົມໃຫ້ມີຄວາມຮັບປະກັນຫຼາຍຂຶ້ນ ລວມທັງຫຼຸດຜ່ອນການນໍາເຂົ້ານ້ຳມັນສໍາເລັດຮູບທີ່ຕ້ອງການໃຊ້ເງິນຕາຈໍານວນຫຼາຍ.