ແຮ່ໄຍຫີນ ແລະ ສຸຂະພາບ
ໃນ ສປປ ລາວ, ເຄມີແມ່ນຖືກນຳໃຊ້ ແລະ ຄຸ້ມຄອງພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016. ນອກນີ້ ກໍຍັງມີ ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021 ທີ່ຈັດວ່າເຄມີໃດເປັນເຄມີປະເພດໃດ – ເຄມີອັນຕະລາຍປະເພດ I ຫາ ເຄມີອັນຕະລາຍປະເພດ IV. ແຮ່ໄຍຫີນກຸ່ມແອັມຟີໂບນແມ່ນຖືກຈັດເປັນເຄມີອັນຕະລາຍປະເພດ I ໝາຍຄວາມວ່າ ເປັນເຄມີທີ່ຫ້າມນຳໃຊ້ ນຳເຂົ້າ ແລະ ສົ່ງອອກ, ສ່ວນແຮ່ໄຍຫີນກຸ່ມເຊີເພັນທາຍ ຫຼື ໄຍຫີນຂາວ ແມ່ນຖືກຈັດເປັນ ເຄມີອັນຕະລາຍປະເພດ III ໝາຍຄວາມວ່າ ສາມາດນຳໃຊ້ ນຳເຂົ້າ ແລະ ສົ່ງອອກໄດ້ ໂດຍຕ້ອງໄດ້ຮັບອະນຸຍາດຈາກ ກະຊວງອຸດສາຫະກຳ ແລະ ການຄ້າ (ກົມອຸດສາຫະກຳ ແລະ ຫັດຖະກຳ).
ແຮ່ໄຍຫີນ ຄຣີໂຊທາຍ, ໄຍຫີນຂາວ ຫຼື ແຮ່ໄຍຫີນກຸ່ມເຊີເພັນທາຍ ແລະ ແຮ່ໄຍຫີນໃນກຸ່ມແອັມຟິໂບນ ມີຄຸນສົມບັດທາງເຄມີທີ່ແຕກຕ່າງກັນ, ຊຶ່ງກໍ່ໃຫ້ເກີດຄວາມຄົງທົນທາງຊີວະພາບ (biopersistence) ແລະ ຜົນກະທົບຕໍ່ສຸຂະພາບ ທີ່ແຕກຕ່າງກັນ. ສ່ວນໃຫ່ຍ, ໄຍຫີນຂາວ ມີຄວາມຄົງທົນທາງຊີວະພາບ ແລະ ຄວາມແຂງແຮງ ໜ້ອຍກວ່າແຮ່ໄຍຫີນແອັມຟິໂບນ. ພາຍໃຕ້ສະພາບການນໍາໃຊ້ໃນປະຈຸບັນ, ບໍ່ມີຫຼັກຖານໃດທີ່ບົ່ງບອກໃຫ້ເຫັນວ່າໄຍຫີນຂາວເຮັດໃຫ້ເກີດໂລກມະເຮັງ ແລະ ທາດໄຍຫີນມີຄວາມປອດໄພ ຫາກນຳໃຊ້ໂດຍມີການຄວບຄຸມ ແລະ ມີຄວາມຮັບຜິດຊອບ.
ປະເພດຂອງແຮ່ໄຍຫີນ (Asbestos)
ແຮ່ໄຍຫີນສອງກຸ່ມມີຄຸນສົມບັດແຕກຕ່າງກັນ ສາເຫດສຳຄັນແມ່ນເນື່ອງມາຈາກໂຄງສ້າງຂອງເສັ້ນໄຍຄືດັ່ງນີ້:
- ໄຍຫີນກຸ່ມແອັມຟີໂບນ (Amphibole) ເສັ້ນໄຍເປັນເສັ້ນໄຍດ່ຽວຮູບຊົງກະບອກ
- ໄຍຫີນກຸ່ມເຊີເພັນທາຍ (Serpentine) ເສັ້ນໄຍມີລັກສະນະເປັນກຽວພັນກັນຄ້າຍເຊືອກ ປະກອບດ້ວຍເສັ້ນໄຍຍ່ອຍຈຳນວນຫລາຍ
ຮູບທີ 1: ຄຸນສົມບັດທາງເຄມີຂອງເສັ້ນໄຍຄຣີໂຊທາຍ ແລະ ເສັ້ນໄຍໃນກຸ່ມແອັມຟີໂບນ: ໃນທາງເຄມີແລ້ວ ໄຍຫີນທຸກຊະນິດເນື້ອຈະເປັນແຮ່ຊິລິເກດ ແຕ່ຄຸນສົມບັດໃນທາງແຮ່ວິທະຍາ ແລະ ພຶກວິທະຍາ ໄຍຫີນກຸ່ມເຊີເພັນທາຍ ແລະ ໄຍຫີນກຸ່ມແອັມຟີໂບນຈະແຕກຕ່າງກັນຢ່າງຫລວງຫລາຍ (Deer et al., 1966)
ໄຍຫີນຂາວ (chrysotile)
ໄຍຫີນຂາວ ຫຼື ຄຣີໂຊທາຍເປັນແຮ່ຊິລິເກດທີ່ມີລັກສະນະເປັນແຜ່ນ ແລະ ມີເປັນທີ່ຮູ້ຈັກ ໃນທາງເຄມີ ໃນນາມ ແມັກເນຊຽມຊິລິເກດ. ແທນທີ່ເສັ້ນໄຍຈະຈັບຕົວກັນເປັນແທ່ງຄືໄຍຫີນກຸ່ມແອັມຟີໂບນ ໂມເລກຸນຂອງແມັກເນຊຽມ ແລະ ຊີລີກາຈະຈັບຕົວກັນຢ່າງມີຊ່ອງວ່າງບໍ່ສະຫມ່ຳສະເຫມີ ເຮັດໃຫ້ລັກສະນະຂອງເສັ້ນໄຍມີລັກສະນະເປັນແຜ່ນມ້ວນບາງໆ (ເບິ່ງຮູບ 2).
ຮູບ 2: ລັກສະນະໂຄງສ້າງຂອງເນື້ອເສັ້ນໄຍຄຣີໂຊທາຍ
ພື້ນຜິວດ້ານນອກຂອງເສັ້ນໄຍຍ່ອຍຂອງຄຣີໂຊທາຍຈະເປັນແຮ່ແມັກເນຊຽມບຣູໄຊ. Wypych et al. (2005) ໄດ້ສຶກສາພົບວ່າເສັ້ນໄຍຂອງໄຍຫີນຊະນິດນີ້ຖ້າຊະລ້າງດ້ວຍກົດ (acid) ພາຍໃຕ້ພາວະຄວບຄຸມ ເສັ້ນໄຍຈະເກີດແຮ່ຊິລິກາ (layered hydrated disordered silica) ເຊິ່ງໂຄງສ້າງບິດບ້ຽວບໍ່ເປັນລະບຽບຄ້າຍກັບເສັ້ນຄຣີໂຊທາຍໃນທຳມະຊາດ ແລະ ເມື່ອໃຊ້ເຕັກນິກສ້າງລັກສະນະຕ່າງໆໃນການທົດລອງ ພົບວ່າ ເມື່ອເຮັດໃຫ້ແຜ່ນບຣູໄຊຫລຸດອອກ ຈະເຫັນໄດ້ວ່າຊິລິກາທີ່ຢູ່ພາຍໃນມີໂຄງສ້າງສັນຖານຢ່າງຊັດເຈນ.
ທີ່ຊັ້ນບຣູໄຊ ຖ້າແມັກເນຊຽມຫລຸດອອກ ຄວາມແຂງແຮງຂອງເສັ້ນໄຍຈະຫຼຸດລົງ ແລະ ຮູບຊົງຈະສາມາດປ່ຽນແປງໄດ້ງ່າຍ. ການທີ່ເສັ້ນໄຍຊະນິດນີ້ມີຄວາມຕ້ານທານຕໍ່ກົດຕ່ຳ (ປ່ຽນແປງ/ຍ່ອຍສະຫລາຍໄດ້ງ່າຍ) ເມື່ອບັງເອີນເຂົ້າໄປໃນຮ່າງກາຍຈະຜ່ານປອດເຊິ່ງພູມຕ້ານທານຈະສາມາດສ້າງລິດກົດ pH ~ 4.5. ຫາກເສັ້ນໄຍຖືກກືນ ແລະ ກິນ ມັນຈະ ຖືກໂຈມຕີໂດຍສະພາບແວດລ້ອມທີ່ເປັນກົດສູງກວ່າ (hydrochloric acid, pH = 2) ຢູ່ໃນກະເພາະອາຫານ.
ໄຍຫີນແອັມຟິໂບນ
ສ່ວນປະສົມຂອງແຮ່ໄຍຫີນກຸ່ມແອັມຟິໂບນຊັບຊ້ອນກວ່າຂອງໄຍຫີນກຸ່ມເຊີເພັນທາຍ. ສຳລັບສູດສ່ວນປະສົມຂອງໄຍຫີນໃນກຸ່ມນີ້ ທັງ 5 ຊະນິດ ດັ່ງທີ່ສະແດງຂ້າງລຸ່ມນີ້ ໃນກຸ່ມນີ້ໂຄງສ້າງຂອງເສັ້ນໄຍຈະຄືກັນ ແຕ່ສວ່ນປະສົມທາງເຄມີບໍ່ຄືກັນເນື່ອງຈາກແຮ່ຊິລິເກດຈະສາມາດເກີດການຮວມຕົວປະສົມກັນຂອງອະນຸພາກໄດ້ຫລາຍແບບ (ຂຶ້ນຢູ່ກັບອົງປະກອບຫລັກ) ແລ້ວແຕ່ແນວຂອງຊິລິເກດທີ່ເສັ້ນໄຍເກີດຂຶ້ນ (Speil & Leineweber, 1969)
ໂຄຣຊິໂດໄລ………………………………… (Na2Fe32+Fe23+) Si8O22(OH)2
ອະໂມໄຊ……………………………….. (Fe2+, Mg)7 Si8O22(OH)2
ທຣີໂມໄລ…………………………… Ca2Mg5 Si8O22(OH)2
ແອນໂທໄຟໄລ………………………. (Mg, Fe2+)7 Si8O22(OH)2
ແອັກທິໂນໄລ………………………….. Ca2(Mg, Fe2+)5 Si8O22(OH)2
ພື້ນຜິວພາຍນອກຂອງເສັ້ນໄຍກຸ່ມແອັມຟີໂບນ ແມ່ນຄ້າຍກັບລັກສະນະຂອງແຮ່ quartz ແລະ ມີຄວາມທົນທານທາງເຄມີຄືກັນກັບ ແຮ່ quartz ເຊິ່ງໄດ້ສະແດງໃຫ້ເຫັນໃນ ຮູບ 3 ໂຄງສ້າງຂອງ ທຣີໂມໄລ.
ຮູບທີ 3: ລັກສະນະຂອງເສັ້ນໄຍທຣີໂມໄລໃນກຸ່ມແອັມຟິໂບນ ແບບ double chain
ຄວາມແຕກຕ່າງຂອງຜົນກະທົບຕໍ່ສຸຂະພາບຈາກເສັ້ນໄຍຊະນິດຕ່າງໆ
ຄວາມແຕກຕ່າງໃນໂຄງສ້າງທາງເຄມີ ແລະ ຜົນທີ່ເນື່ອງມາຈາກການຍ່ອຍສະຫລາຍຂອງເສັ້ນໄຍໃນປອດແມ່ນພາໃຫ້ເກີດຄວາມແຮງໃນການຊັກນຳພະຍາດທີ່ຕິດພັນກັບແຮ່ໄຍຫີນໄດ້ແຕກຕ່າງກັນ ຕົວຢ່າງ ອາໂມໄຊ ແລະ ໂຄຣຊີໂດໄລ ອາດກໍ່ໃຫ້ເກີດມະເຮັງເຍື່ອຫຸ້ມປອດ (mesothelioma) ຫລາຍກວ່າ ທາດໄຍຫີນຂາວ 100 ເທົ່າ ສຳລັບ ອາໂມໄຊ ແລະ 500 ເທົ່າ ສຳລັບ ໂຄຣຊີໂດໄລ ແລະ ສຳລັບມະເຮັງປອດ ແມ່ນ ຫລາຍກວ່າ ທາດໄຍຫີນຂາວ 10 ເທົ່າ ສຳລັບ ອາໂມໄຊ ແລະ 50 ເທົ່າ ສຳລັບ ໂຄຣຊີໂດໄລ. ຄວາມອັນຕະລາຍຫລາຍຫນ້ອຍຕ່າງກັນສາເຫດເນື່ອງມາຈາກໂຄງສ້າງທາງເຄມີ ແລະ ຄວາມສາມາດໃນການລະລາຍຕົວ (biodurability) ຂອງໄຍຫີນແຕ່ລະຊະນິດ ດັ່ງມີຂໍ້ຄວາມໃນລາຍງານຂອງ EPA ຕອນຫນຶ່ງທີ່ຍົກມາສະແດງດັ່ງລຸ່ມນີ້:
” ບັນດາຜູ້ຊົງຄຸນນະວຸດທີ່ເຂົ້າຮ່ວມປະຊຸມໄດ້ເຫັນພ້ອມກັນເປັນເອກະສັນວ່າຂໍ້ມູນນີ້ເປັນຫລັກຖານທີ່ສະແດງວ່າເສັ້ນໄຍຂອງໄັຍຫີນກຸ່ມແອັມຟິໂບນຈະເຮັດໃຫ້ເກີດໂລກມະເຮັງເຍື່ອຫຸ້ມປອດໄດ້ຫລາຍກວ່າເສັ້ນໄຍຄຣີໄຊທາຍດັ່ງຂໍ້ມູນໃນລາຍງານ Review Document (Berman and Crump 2001) ແລະ Re-analysis of 17 Cohort Studies (Hodgson and Darnton 2000) ເຊິ່ງສະແດງວ່າ ຫລາຍກວ່າກັນເຖິງ 500 ເທົ່າ ແລະ ມີຜູ້ຊົງຄຸນນະວຸດ 2 ທ່ານໄດ້ສະເຫນີຂໍ້ຄິດເຫັນເພີ່ມເຕີມ ວ່າຈາກການລາຍງານ ແລະ ຂໍ້ມູນ ບໍ່ພົບຫລັກຖານທາງດ້ານວິທະຍາສາດວ່າ ການສຳຜັດ ຫຼື ກ່ຽວຂ້ອງກັບເສັ້ນໄຍຄຣີໂຊທາຍກໍ່ໃຫ້ເກີດໂລກມະເຮັງເຍື່ອຫຸ້ມປອດ ເຊິ່ງສອດຄ່ອງກັບຜົນການວິເຄາະທີ່ບໍ່ສາມາດພິສູດຂໍ້ສົງໄສທີ່ວ່າເສັ້ນໄຍຄຣີໂຊທາຍທາຍເຮັດໃຫ້ເກີດໂລກມະເຮັງເຍື່ອຫຸ້ມປອດນັ້ນເປັນຄວາມຈິງ (ລາຍງານສຳມະນາແນວປະຕິບັດການ Report on the Peer Consultation Workshop to Discuss a Proposed Protocol to Assess Asbestos-Related Risk, EPA, USA, 2003, page 3-13)
Hodgson and Darnton (2000) ໄດ້ເຮັດການສຶກສາໂອກາດເກີດໂລກມະເຮັງປອດ ແລະ ມະເຮັງເຍື່ອຫຸ້ມປອດຈາກໄຍຫີນຊະນິດຕ່າງໆໂດຍເກັບຕົວຢ່າງຈຳນວນຫລາຍ ໄດ້ສະຫລຸບວ່າໄຍຫີນຊະນິດອາໂມໄຊ ແລະ ໂຄຣຊີໂດໄລ ເຮັດໃຫ້ເກີດໂລກດັ່ງກ່າວຫລາຍກວ່າເສັ້ນໄຍຄຣີໂຊທາຍ 100 ແລະ 500 ເທົ່າຕາມລຳດັບ ໂດຍສຳລັບມະເຮັງປອດ ຂໍ້ມູນເຖິງວ່າຈະບໍ່ຊັດເຈນຫລາຍ ແຕ່ພໍສະຫລຸບໄດ້ວ່າໄຍຫີນແອັມຟິໂບນ (ອາໂມໄຊ ແລະ ໂຄຣຊິໂດໄລ) ເຮັດໃຫ້ເກີດໂລກຫລາຍກວ່າເສັ້ນໄຍຄຣີໄຊທາຍ 10 – 50 ເທົ່າ (Final Draft: Technical Support Document For A Protocol To Assess Asbestos-Related Risk, EPA, USA, 2003, page 8.5)
ເສັ້ນໄຍຄຣີໂຊທາຍເປັນໄຍຫີນທຳມະຊາດ ແລະ ມີຄວາມສາມາດຖືກລະລາຍ ແລະ ສະຫລາຍຕົວ (Solubility) ສູງຫລາຍ ແລະ ຄຸນສົມບັດຄວາມທົນທານຂອງເສັ້ນໄຍ (biopersistent fiber) ພິກັດຈະຢູ່ທີ່ຄ່າຕ່ຳສຸດຈົນເຖິງຄ່າຄວາມທົນທານຂອງເສັ້ນໄຍແກ້ວ ແລະ ຫີນ
ເສັ້ນໄຍຄຣີໂຊທາຍຈະມີຄ່າຄວາມທົນທານ biopersistence ຕ່ຳກວ່າເສັ້ນໄຍເຊລາມິກ ຫລື ເສັ້ນໄຍແກ້ວຊະນິດພິເສດ (ຂໍ້ມູນຈາກ Hesterberg et al., 1998) ແລະ ຕ່ຳກວ່າຂອງໄຍຫີນກຸ່ມແອັມຟິໂບນຂ້ອນຂ້າງຫລາຍ. ເພື່ອກວດສອບທິດສະດີດັ່ງກ່າວ the European Commission ໄດ້ຈັດຕັ້ງຄະນະເຮັດການສຶກສາ ການໄດ້ຮັບຝຸ່ນໄຍຫີນໃນລະບົບຫາຍໃຈເປັນໄລຍະເວລາ 5 ວັນ ແລະ ຕາມດ້ວຍການກວດສອບສະພາບຂອງປອດເປັນໄລຍະໆ ເປັນເວລາ 1 ປີ (ລາຍງານຂອງ Bernstein & Riego – Sintes 1999) ພົບວ່າສຳລັບເສັ້ນໄຍທີ່ຄວາມຍາວຫລາຍກວ່າ 20 ໄມຄຣອນຈະໃຊ້ໄລຍະເວລາການຍ່ອຍສະຫລາຍ 50% ຕັ້ງແຕ່ 2-3 ວັນ ຈົນເຖິງ 100 ວັນ ໂດຍປະມານ.
ຕາຕະລາງ: ປຽບທຽບໄລຍະວລາການຍ່ອຍສະຫລາຍ 50% ສຳລັບເສັ້ນໄຍຄຣີໄຊທາຍ ເສັ້ນໄຍເຊລາມິກສັງເຄາະ ແລະເສັ້ນໄຍຫີນໃນກຸ່ມແອັມຟີໂບນ ຄວາມຍາວເກີນ 20 ໄມຄຣອນ ແລະ 5-20 ໄມຄຣອນ
ເສັ້ນໃຍ | ຊະນິດ/ຂໍ້ມູນ | ໄລຍະເວລາການຍ່ອຍສະຫລາຍ 50% (T1/2) ວັນ | ເອກະສານອ້າງອີງ | |
ຄວາມຍາວຂອງເສັ້ນໄຍຫລາຍກວ່າ20 ໄມຄຣອນ | ຄວາມຍາວຂອງເສັ້ນໃຍ 5-20 ໄມຄຣອນ |
|||
Calldria chrysotile |
ໄຍຫີນກຸ່ມເຊີເພນທາຍ | 0.3 | 7 | Bernstein et al., 2005b |
Bazilian chrysotile |
ໄຍຫີນກຸ່ມເຊີເພນທາຍ | 1.3 | 2.4 | Bernstein et al., 2004 |
Fiber 13 (BO1.9) |
ເສັ້ນໄຍແກ້ວເຮັດຂຶ້ນສຳລັບການທົດລອງໂດຍສະເພາະ | 2.4 | 11 | Bernstein et al., 1996 |
Fiber A | ເສັ້ນໄຍແກ້ວ | 3.5 | 16 | Bernstein et al., 1996 |
Fiber C | ເສັ້ນໄຍແກ້ວ | 4.1 | 15 | Bernstein et al., 1996 |
Fiber G | ເສັ້ນໄຍຫີນ | 5.4 | 23 | Bernstein et al., 1996 |
MMVF34 (HT) |
ເສັ້ນໄຍຫີນ | 6 | 25* | Hesterberg et al, 1998a |
MMVF22 | ເສັ້ນໄຍຕະກັນ | 8.1 | 77 | Bernstein et al., 1996 |
Fiber F | ເສັ້ນໄຍຫີນ | 8.5 | 28 | Bernstein et al., 1996 |
MMVF11 | ເສັ້ນໄຍແກ້ວ | 8.7 | 42 | Bernstein et al., 1996 |
Fiber J (X607) |
Calcium Magnesium silicate |
9.8 | 24 | Bernstein et al., 1996 |
Canadian chrysotile (Textile grade) |
ໄຍຫີນກຸ່ມເຊີເພນທາຍ | 11.4 | 29.7 | Bernstein et al., 2005a |
MMVF11 | ເສັ້ນໄຍແກ້ວ | 13 | 32 | Bernstein et al., 1996 |
Fiber H | ເສັ້ນໄຍຫີນ | 13 | 27 | Bernstein et al., 1996 |
MMVF 10 | ເສັ້ນໄຍແກ້ວ | 39 | 80 | Bernstein et al., 1996 |
Fiber L | ເສັ້ນໄຍຫີນ | 45 | 57 | Bernstein et al., 1996 |
MMVF21 | ເສັ້ນໄຍຫີນ | 46 | 99 | Bernstein et al., 1996 |
MMVF33 | ແກ້ວເຮັດຂຶ້ນເພື່ອວັດຖຸປະສົງພິເສດ | 49 | 72* | Hesterberg et al, 1998a |
- ຄ່າ T1/2 ໃນຕາຕະລາງຄຳນວນຈາກຂໍ້ມູນດິບໃນລາຍງານຂອງ Bernstein