ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ກອງປະຊຸມຜ່ານຮ່າງຍຸດທະສາດພະລັງງານຊີວະມວນ ສຳລັບພາກອຸດສາຫະກຳ ແລະ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍອຸດສາຫະກຳສີຂຽວ

ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ຈັດ​ກອງ​ປະຊຸມ ຜ່ານ​ຮ່າງ​ຍຸດ​ທະ​ສາດ​ພະລັງງານ​ຊີວະ​ມວນ ສຳລັບ​ພາກ​ອຸດສາຫະກຳ ຂອງ ສປປ ລາວ ​ແລະ ​ເຜີຍ​ແຜ່​ຂໍ້​ຕົກລົງ​ວ່າ​ດ້ວຍ​ອຸດສາຫະ ກຳ​ສີຂຽວ ​ໃນ​ວັນ​ທີ 19-20 ຕຸລາ 2022 ທີ່ ​ໂຮງ​ແຮມຣິ​ເວີ​ເຣຍ, ​ເມືອງ​ທ່າ​ແຂກ, ​ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງທົ່ວປະເທດ ​ແລະ ບັນດາ​ນັກທຸລະກິດ​ພາຍ​ໃນ​ແຂວງ​ຄຳ​ມ່ວນ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງ​ຍຸດ​ທະ​ສາດ​ພະ​ລັງ​ງານ​ຊີ​ວະ​ມວນ​ ສໍາ​ລັບ​ອຸດ​ສາ​ຫະ​ກຳ ໃນ ສປປ ລາວ ເຊິ່ງຮ່າງເອກະສານດັ່ງກ່າວແມ່ນໄດ້ຜ່ານກອງປະຊຸມມາແລ້ວ 1 ຄັ້ງ ຄັ້ງນີ້ເປັນຄັ້ງທີ 2 ເຊິ່ງເປັນກອງປະຊຸມເປີດກວ້າງທົ່ວປະເທດໃນຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງບັນດາຜູ້ເຂົ້າຮ່ວມກໍ່ໄດ້ມີຄຳເຫັນປຶກສາຫາລືແລກ ປ່ຽນເຊິ່ງກັນ ແລະ ກັນ ເພື່ອແນໃສ່ເຮັດໃຫ້ໂຄງຮ່າງ ແລະ ເນື້ອໃນຂອງຮ່າງຍຸດທະສາດດັ່ງກ່າວມີຄວາມຖືກຕ້ອງ ແລະ ສົມບູນ. ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍອຸດສາຫະກຳສີຂຽວ ແລະ ບົດແນະ ນຳການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍອຸດສາຫະກຳສີຂຽວ ພ້ອມທັງເອກະສານກ່ຽວຂ້ອງອື່ນໆ ເພື່ອແນໃສ່ໃຫ້ຜູ້ເຂົ້າຮ່ວມເຂົ້າໃຈ, ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.

(ພາບ ແລະ ຂ່າວ ໂດຍ: ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ)