ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວຢ້ຽມຢາມໂຮງງານ

ໃນຕອນບ່າຍຂອງວັນທີ 30 ກັນຍາ 2022 ທີ່ຜ່ານມານີ້, ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ຈາກກົມອຸດສາຫະກຳ ແລະ ຫັດຖະກໍາ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊທານີ  ໄດ້ລົງຢ້ຽມຍາມ ແລະ ຊຸກຍູ້ສົ່ງເສີມຂະບວນການຜະລິດ ຈຳນວນ 2 ໂຮງງານ ຄື:

1. ໂຮງງານ ມິດຕະພາບກະສິກຳ ສະຖານທີ່ຕັ້ງຢູ່ ບ້ານສາມສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ທີ່ດຳເນີນກິດຈະການຜະລິດ ປຸງແຕ່ງໝາກຕາວໃນນໍ້າເຊື່ອມ, ຫົວກະທຽມດອງ, ນໍ້າສາລີ, ນໍ້າຫວ້ານຫາງແຂ້, ນໍ້າຜັກກະທຽມດອງ, ແຈ່ວແມງດາ, ແຈ່ວພັນປາ, ນໍ້າດຶ່ມ ຜະລິດຈໍາໝ່າຍພາຍໃນ ແລະ ສົ່ງອອກໄປປະເທດ ໄທ, ຫວຽດນາມ ເປັນຕົ້ນ ໂດຍການໃຫ້ກຽດຕ້ອນຮັບຈາກ ທ່ານ ວິລະວັນ ພັນນຸລາດ ຜູ້ອໍານວຍການໂຮງງານ.

2. ໂຮງງານຜະລິດດິນຈີ່ ຕຸຍແນມ ເອັມໂອດີ ສະຖານທີ່ຕັ້ງຢູ່ ບ້ານໂພນໄຮຄໍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ດຳເນີນກິດຈະການຜະລິດດິນຈີ່ ທຸກປະເພດ ເພື່ອຈຳໜ່າຍພາຍໃນ ໂດຍການໃຫ້ກຽດຕ້ອນຮັບຈາກ ທ່ານ ເລແທງເຈືອງ ຜູ້ອຳນວຍການໂຮງງານ.

ຈຸດປະສົ່ງຂອງການລົງຢ້ຽມຢາມ: 1). ຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນສິນຄ້ານໍາເຂົ້າ ແລະ ຫຼຸດຜ່ອນການນໍາເຂົ້າເທຶ່ອລະກ້າວ. 2).ຊຸກຍູ້ສົ່ງເສີມໃຫ້ມີການຜະລິດສີນຄ້າ ເພື່ອສົ່ງອອກ. 3). ຮັບຟັງຂໍ້ສະດວກ ແລະ ຂໍ້ຫຍູ້ງຍາກ ໃນການດຳເນີນທຸລະກິດຂອງຜູ້ປະກອບການ.

ພາຍຫຼັງຮັບຟັງການລາຍງານນຂໍ້ສະດວກ ແລະ ຫຍູ້ງຍາກຂອງການດຳເນີນກິດຈະການໂຮງງານໃນໄລຍະຜ່ານມາໃຫ້ທາງຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ຊາບ ເພື່ອເປັນການຖອດຖອນບົດຮຽນ ແລະ ຂໍທິດຊີ້ນຳ ພ້ອມນັ້ນຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນຕໍ່ກັບການດຳເນີນກິດຈະການໂຮງງານ ເພື່ອເປັນແນວທາງຊຸກຫຍູ້ງສົ່ງເສີມການຜະລິດ ແລະ ຈຳໜ່າຍ ໃຫ້ສາມາດຮັບປະກັນ ແລະ ພຽງພໍໃນການຊົມໃຊ້ພາຍໃນ ແລະ ເປັນໜໍ່ແໜງສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ ກ້າວໄປເຖິງການຈຳກັດຈຳນວນປະລິມານການນຳເຂົ້າສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນເທຶ່ອລະກ້າວ.