ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ກອງປະຊຸມ ຄະນະກຳມະການຊີ້ນຳໂຄງການ ຄັ້ງທີ II ແລະ ຜ່ານຮ່າງນະໂຍບາຍອຸດສາຫະກຳສີຂຽວ

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມກັບ ສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈໍາ ສປປ ລາວ  ໄດ້​ຈັດ​ກອງປະຊຸມໃນຫົວຂໍ້: ກອງປະຊຸມຄະນະກຳມະການຊີ້ນຳໂຄງການ ຄັ້ງທີ II ແລະ ກອງປະຊຸມ ຜ່ານ​ຮ່າງ​ນະ​ໂຍ​ບາຍ​ອຸດ​ສາ​ຫະ​ກຳ​ສີ​ຂຽວ ຂຶ້ນໃນວັນທີ 9 ກັນຍາ 2022, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ບຸນເຖິງ ດວງສະ ຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຣິດສໂຕບ ອາສິໂກ, ຮອງຫົວໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈໍາ ສປປ ລາວ ແລະ ປະກອບ​ມີຜູ້ເຂົ້າຮ່ວມທັງໝົດ ຄື: ທ່ານ ຫົວ​ໜ້າ​ກົມ ແລະ ຮອງ​ຫົວ​ໜ້າ​ກົມ ອຸດສາຫະກໍາ ແລະ ຫັດຖະກໍາ, ຜູ້ຕາງໜ້າ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ບັນ​ດາຜູ້ຕາງໜ້າຈາກ​ກະ​ຊວງ​ທີ່​ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ພາກ​ທຸ​ລະ​ກິດ ທີ່ກ່ຽວຂ້ອງ.  ກອງ​ປະຊຸມ​​​ໄດ້​ດຳ​ເນີນ​ໄປ​ເປັນ ສ​ອງ ວາລະ ດັ່ງ​ນີ້:

ວາລະ​ທີ 1: ກອງ​ປະຊຸມ​ຄະນະ​ກຳມະການ​ຊີ້​ນຳ​ໂຄ​ງການ​ຄັ້ງ​ທີ II , ຈຸດປະສົງ​ ​ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ວາງແຜນການວຽກງານໃນຕໍ່ໜ້າຂອງໂຄງການ.

ວາລະ​ທີ 2: ​ກອງ​ປະຊຸມ ​ຜ່ານຮ່າງນະ​​ໂຍບາຍ​ອຸດສາຫະກຳ​ສີ​ຂຽວ, ຈຸດປະສົງ​ ແມ່ນຜ່ານ​ຮ່າງ​ນະ​ໂຍບາຍ​ອຸດສາຫະ ກຳ​ສີຂຽວ ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ໃສ່ ​ເພື່ອ​ຈະໄດ້ນໍາມາປັບປຸງໃຫ້ໂຄງຮ່າງ ແລະ ເນື້ອໃນ ຖືກຕ້ອງ, ​ສົມບູນ, ສ້າງຄວາມເປັນເອກະພາບ ແລະ ສອດຄ່ອງກັບນະໂຍບາຍ, ນິຕິກໍາ ແລະ ລະບຽບການທີ່ກ່ຽວຂ້ອງ ທັງພານໃນ ແລະ ສາກົນ ອີກດ້ວຍ.

ຜົນການຈັດຕັ້ງປະຕິບັດວຍກງານໂຄງການຜ່ານມາ ຄື:

  • ສ້າງຮ່າງນະໂຍບາຍອຸດສາຫະກໍາສີຂຽວ.
  • ສ້າງຄູ່ມືແນະນໍາການນຳໃຊ້ພະລັງງານຢ່າງມີປະສິດທິພາບ ໃນຂົງເຂດອຸດສາຫະກໍາ ຂອງ ສປປ ລາວ
  • ຄັດເລືອກບັນດາໂຮງງານອຸດສາຫະກໍາ ຈໍານວນ 25 ແຫ່ງ ຈາກ 3 ກຸ່ມໃນຂອບເຂດທົ່ວປະເທດ ຄື: ກຸ່ມອຸດສາຫະກໍາຕັດຫຍິບ, ກຸ່ມອຸດສາຫະກໍາປຸງແຕ່ງວັດສະດຸກໍ່ສ້າງ ແລະ ກຸ່ມອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກໍາ ພ້ອມທັງລົງກວດສອບການນຳໃຊ້ພະລັງງານ (Energy Efficiency Audit) ຂອງໂຮງງານ.
  • ຝຶກອົບຮົມໃຫ້ພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ “ທັກສະການກວດສອບພະລັງ ງານ ແລະ ບໍລິສັດບໍລິການດ້ານພະລັງງານ”.

ປຶກສາຫາລື ຕໍ່​ແຜນວຽກຈະ​ສືບ​ຕໍ່​ຂໍການ​ຮ່ວມ​ມື ກັບ ສະຖາບັນເຕີບໂຕສີຂຽວສາກົນ (GGGI) ຂອງບາງຂົງເຂດວຽກງານ ເປັນຕົ້ນ 1) ໂຄງການ ການນໍາໃຊ້ 3 R (Reuse, Recycle, Reduce) ເຂົ້າໃນໂຮງງານອຸດສາຫະກໍາ ແລະ ການນໍາໃຊ້ສິ່ງເສດເຫຼືອເປັນເຊື້ອເພີງ (RDF) ໂດຍສະເພາະໂຮງງານຊີມັງ. 2) ໂຄງການ ຜະລິດອາຍແກສຊີວະພາບຈາກນໍ້າເປື້ອນຂອງໂຮງງານອຸດສາກຳປຸງແຕ່ງຈາກຜະລິດຕະພັນກະສິກຳ ແລະ 3) ໂຄງການ ສໍາຫຼວດຂໍ້ມູນ ແລະ ສ້າງລະບົບບໍາບັດ ແລະ ກໍາຈັດສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກໍາ ໃນ ສປປ ລາວ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ໂດຍ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ ກອງທຶນປ່ຽນແປງດິນຟ້າອາກາດສີຂຽວ (GCF).