ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລົງຢ້ຽມຍາມ ແລະ ຊຸກຍູ້ສົ່ງເສີມຂະບວນການຜະລິດໂຮງງານ ໂຕໂຢລາວ

ໃນຕອນບ່າຍຂອງວັນທີ 30 ສິງຫາ 2022 ທີ່ຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຕິດຕາມຈາກກົມວິຊການ, ພະແນກ ອຄ ນະຄອນຫຼວງ ແລະ ການນຳເມືອງໄຊທານີ ໄດ້ລົງຢ້ຽມຍາມ ແລະ ຊຸກຍູ້ສົ່ງເສີມຂະບວນການຜະລິດໂຮງງານ ໂຕໂຢລາວ ທີ່ຕັ້ງຢູ່ ບ້ານໂພຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ໂດຍການຕ້ອນຮັບຈາກທ່ານ ລັງກອນ ໄຊຍະວົງ ປະທານບໍລິສັດກຸ່ມໄຊຍະວົງ ແລະ ທ່ານ ນາງ ດາລາຄຳ ໄຊຍະວົງ ຜູ້ອຳນວຍການໂຮງງານ ພ້ອມດ້ວຍທີມງານ. ໂຮງງານດັ່ງກ່າວເປັນຂະໜາດໃຫ່ຍທີ່ຜະລິດ ທໍ່ຢາງ HDPE, PVC, PPR ແລະ ທໍ່ u.PVC  ທຸກຂະໜາດນັບແຕ່ຂະໜາດ 18-250 mm, ແລະ ທໍ່ HDPE 20-630 mm.

ການລົງຢ້ຽມຍາມໃນຄັ້ງນີ້ໄດ້ຮັບຟັງການລາຍງານຂໍ້ສະດວກ ແລະ ຫຍຸ້ງຍາກຂອງການດຳເນີນກິດຈະການໂຮງງານໃນໄລຍະປີທີ່ຜ່ານມາໃຫ້ທາງຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອເປັນການຖອດຖອນບົດຮຽນ ພ້ອມນັ້ນທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນຕໍ່ກັບການດຳເນີນກິດຈະການໂຮງງານ ເພື່ອເປັນແນວທາງໃນການຊຸກຍູ້ຂະບວນການຜະລິດ ແລະ ຈຳໜ່າຍ ໃຫ້ພຽງພໍໃນການຊົມໃຊ້ພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ.