ຂ່າວການເຄື່ອນໄຫວຂ່າວທົ່ວໄປ

ກອງປະຊຸມເຜີຍແຜ່ຜົນການຈັດຕັ້ງປະຕິບັດໂຄງການຟື້ນຟູໂຮງງານຜະລິດປຸ໋ຍຊີວະພາບ

ໃນວັນທີ 08 ກໍລະກົດ 2022 ທີ່ຜ່ານມານີ້, ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຈັດຕັ້ງປະຕິບັດໂຄງການຟື້ນຟູໂຮງງານຜະລິດປຸ໋ຍຊີວະພາບ (ກອງປະຊຸມທາງໄກ), ໂດຍການເປັນປະທານຂອງທ່ານ ຄໍານ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ການເຂົ້າຮ່ວມຂອງກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຜູ້ຜະລິດປຸ໋ຍຊີວະພາບໃນຂອບເຂດທົ່ວປະເທດ.

ໂຄງການຟື້ນຟູໂຮງງານປຸ໋ຍຊີວະພາບແມ່ນໜ້າວຽກໜຶ່ງທີ່ນອນໃນໂຄງການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽນອາຫານ ເພື່ອຊຸກຍູ້ສົ່ງເສີມ ແລະ ປັບປຸງໂຮງງານຜະລິດປຸ໋ຍຊີວະພາບ ຕອບສະໜອງການຊົມໃຊ້ພາຍໃນ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ມີປະລິມານທີ່ພຽງພໍກັບຄວາມຕ້ອງການຂອງຊາວກະສິກອນ. ຕະຫຼອດໄລຍະເວລາການຈັດຕັ້ງປະຕິບັດໂຄງການດັ່ງກ່າວມີຫຼາຍກິດຈະກຳສໍາຄັນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດສູງ ເຮັດໃຫ້ໂຄງການດັ່ງກ່າວສາມາດບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ວ່າງໄວ້ ເປັນຕົ້ນ ສ້າງ ແລະ ປະກາດໃຊ້ບົດແນະນໍາວ່າດ້ວຍມາດຕະຖານໂຮງງານຕົວແບບຜະລິດຝຸ່ນອົງຄະທາດ-ຊີວະພາບ, ສ້າງຄວາມເຂັ້ມແຂງດ້ານການຜະລິດປຸ໋ຍຊີວະ​ພາບດ້ວຍຮູບການຈັດຕັ້ງຝຶກ​ອົບຮົມ​ທາງ​ວິຊາ​ການ​ໃຫ້​ຜູ້​ປະກອບ​ການ ​ແລະ ຜູ້ນຳ​ໃຊ້​ປຸ໋ຍຊີວະ​ພາບໃນຂອບເຂດທົ່ວປະເທດ, ສ້າງໄດ້ໂຮງງານຕົວແບບດ້ານການຜະລິດປຸ໋ຍຊີວະພາບ ຈຳນວນ 4 ແຫ່ງ ຢູ່ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ, ພ້ອມດຽວກັນນີ້ກໍ່ຍັງມີ 2 ໂຮງງານທີ່ຢູ່ໃນຂັ້ນຕອນການຂໍຢັ້ງຢື້ນ ISO  9001:2015.

ສະຫຼຸບ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວແມ່ນໄດ້ຮັບໝາກຜົນສູງຕາມລະດັບຄາດໝາຍ ເຮັດໃຫ້ຈໍານວນໂຮງງານຜະລິດປຸ໋ຍຊີວະພາບທີ່ດຳເນີນການຜະລິດເປັນປົກກະຕິເພີ່ມຂຶ້ນ ທັງໂຮງງານທີ່ກັບມາຜະລິດຄືນໃໝ່ ແລະ ໂຮງງານທີ່ສ້າງຕັ້ງໃໝ່, ໂຮງງານ ແລະ ຄຸນະພາບຜະລິດຕະພັນປຸ໋ຍຊີວະພາບໄດ້ຮັບການປັງປຸງໄດ້ຕາມມາດຕະຖານພາຍໃນ ແລະ ມາດຕະຖານສາກົນ, ປະລິມານປຸ໋ຍຊີວະພາບມີພຽງພໍສໍາລັບສະໜອງຕະຫຼາດພາຍໃນ ແລະ ມີບາງໂຮງງານສາມາດສົ່ງອອກຂາຍຕ່າງປະເທດ. ຄຽງຄູ່ກັນນັ້ນກໍ່ຍັງມີສິ່ງທ້າທາຍຫຼາຍດ້ານທີ່ພາກລັດຍັງຕ້ອງໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ແກ້ໄຂ ເປັນຕົ້ນ ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈແກ່ຜູ້ຊົມໃຊ້ພາຍໃນ, ຄຸ້ມຄອງການນໍາເຂົ້າປຸ໋ຍຊີວະພາບໃຫ້ມີຄວາມເໝາະສົມ.