ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ສຸມໃສ່ສ້າງດໍາລັດວ່າດ້ວຍເຂດ ແລະ ນິຄົມອຸດສາຫະກໍາ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ, ໃນການດືງດູດການລົງທຶນປະກອບສ່ວນໃນການຜັນຂະ ຫຍາຍ ການຈັດຕັ້ງປະຕິບັດວາລະແຫ່ງຊາດ.

ກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງດໍາລັດວ່າດ້ວຍເຂດ ແລະ ນິຄົມອຸດສາຫະກໍາ (ສໍາລັບບັນດາແຂວງພາກກາງ ແລະ ພາກໃຕ້ ທີ່ແຂວງຄໍາມ່ວນ)

ໃນວັນທີ 24 ມິຖຸນາ 2022 ນີ້, ກົມອຸດສາຫະກໍາ ແລະ ຫັດ ຖະກໍາ ໃນນາມຕ່າງໜ້າຄະນະວິຊາການຮັບຜິດຊອບຄົ້ນຄວ້າສ້າງຮ່າງດໍາລັດວ່າດ້ວຍເຂດ ແລະ ນິຄົມອຸດສາຫະກໍາ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນ ຈັດກອງປະ ຊຸມທາບທາມຄໍາເຫັນຈາກຂະແໜງການທີ່ກ່ຽວຂ້ອງ ສໍາລັບບັນ ດາແຂວງພາກກາງ ແລະ ພາກໃຕ້ ຊຶ່ງໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະຮັບຜິດ ຊອບສ້າງຮ່າງດໍາລັດ, ພ້ອມດ້ວຍບັນດາແຂກຜູ້ເຂົ້າຮ່ວມຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື, ແຂວງເຊກອງ, ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງສະຫວັນນະເຂດ, ແຂວງບໍລິຄໍາໄຊ, ແຂວງໄຊສົມບູນ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ພ້ອມດ້ວຍສະພາອຸດສາຫະກໍາ ແລະ ການຄ້າ ແຂວງ,ຂະແໜງການກ່ຽວຂ້ອງພາຍໃນແຂວງຄໍາມ່ວນເຂົ້າຮ່ວມໃນກອງປະຊຸມຄັ້ງນີ້;

ຈຸດປະສົງຂອງກອງປະຊຸມທາບທາມຄໍາເຫັນຄື:
1/ ເພືອສ້າງຄວາມເຂົ້າໃຈ ແລະ ຂໍຄວາມເປັນເອກະພາບໃນຂະ    ແໜງການພາກລັດ ແລະ ຕາງໜ້າພາກທຸລະກິດ ໂດຍສະເພາະບັນ ດາຂະແໜງການກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ກ່ຽວກັບເນື້ອໃນຈິດໃຈຂອງດຳລັດວ່າດ້ວຍເຂດ ແລະ ນິຄົມອຸດສາຫະກໍາ.
2/ ເພືອເປັນເວທີລະດົມຄວາມຄິດເຫັນ ປະກອບໃສ່ ເນື້ອໃນຂອງ ດໍາລັດ ທີ່ໄດ້ສຳເລັດຮ່າງເບື້ອງຕົ້ນແລ້ວ ເພື່ອໃຫ້ຖືກຕ້ອງ ແລະ ມີຄວາມສົມບູນຂຶ້ນ ແລະ ດຶງດູດການລົງທຶນຕາມເງື່ອນໄຂ ແລະ ສະ ພາບການແຂ່ງຂັນໃນໄລຍະໃໝ່.

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນເປັນເວລາ 1 ວັນ ຊຶ່ງດໍາເນີນໄປດ້ວຍບັນຍາກາດຟົດຝື້ນ ໃນການແລກປ່ຽນຂໍ້ຄິດເຫັນຕໍ່ຮ່າງດໍາລັດ ແລະ ໄດ້ມີການຊີ້ແຈງອະທິບາຍຂອງຄະນະຮັບຜິດຊອບຄົ້ນຄວ້າຕໍ່ຂໍ້ຊັກຖາມຂອງຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ໂດຍເຫັນໄດ້ບັນຫາ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ແລະ ສາມາດນໍາເອົາຂໍ້ຄິດເຫັນຜົນຂອງກອງປະຊຸມທາບທາມໃນຄົ້ງນີ້ ໄປເປັນບ່ອນອີງໃນການຄົ້ນຄ້ວາປັບປຸງ, ແກ້ໄຂໃຫ້ສອດຄ່ອງກັບສະພາບຕົວຈິງ ເພື່ອຮັບປະກັນໃຫ້ດຳລັດສະບັບນີ້ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີສິດທິຜົນ.