ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ກອງປະຊຸມຄະນະຮັບຜິດຊອບສ້າງດຳລັດວ່າດ້ວຍນິຄົມອຸດສາຫະກຳ

ໃນວັນທີ 18 ມັງກອນ 2021 ເວລາ 9:00 ໂມງ ຢູ່ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມຄະນະຮັບຜິດຊອບສ້າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ໂດຍການເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າຄະນະຮັບຜິດຊອບສ້າງດໍາລັດວ່າດ້ວຍນິຄົມອຸດສາຫະກຳ, ມີຜູ້ເຂົ້າຮ່ວມທີ່ປະກອບຢູ່ໃນຄະນະຮັບຜິດຊອບສ້າງດຳລັດ ຕາງໜ້າຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຍຸຕິທຳ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຜ່ານຮ່າງແຜນດຳເນີນງານ, ໂຄງຮ່າງ ແລະ ເນື້ອໃນເບື້ອງຕົ້ນຂອງຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ.

ຜົນຂອງກອງປະຊຸມ ຄະນະຮັບຜິດຊອບສ້າງຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ໄດ້ເອກະພາບຕໍ່ແຜນດຳເນີນງານການສ້າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ແລະ ໂຄງຮ່າງຂອງຮ່າງດຳລັດ. ພ້ອມກັນນັ້ນ ກໍ່ໄດ້ຮັບການແລກປ່ຽນປະກອບຄຳຄິດເຫັນຢ່າງກົງໄປກົງມາຂອງຄະນະຮັບຜິດຊອບ ຕໍ່ກັບເນື້ອໃນເບື້ອງຕົ້ນຂອງຮ່າງດຳລັດ ໂດຍສະເພາະທີ່ຕິດພັນກັບລະບຽບການຂອງຂະແໜງການກ່ຽວຂ້ອງ ເພື່ອນໍາໄປຄົ້ນຄວ້າປັບປຸງຮ່າງດໍາລັດດັ່ງກ່າວໃນຕໍ່ໜ້າ.