ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວລ່າສຸດຂ່າວເດັ່ນ

ກອງປະຊຸມລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13

ກອງປະຊຸມລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13

ໃນຕອນບ່າຍຂອງວັນທີ 13 ກັນຍາ 2021, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີກອງປະຊຸມລັດຖະມົນຕີເສດຖະກິດ ແມ່ຂອງ-ຢີ່ປຸ່ນ ຄັ້ງທີ 13 ຜ່ານລະບົບທາງໄກ ໂດຍເປັນກອງປະຊຸມຄູ່ຂະໜານກັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ. ໂດຍໃຫ້ກຽດເປັນປະທານຮ່ວມມີ ລາວ-ຍີ່ປຸ່ນ, ທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມ ທ່ານ Kajiyama Hiroshi, ລັດຖະມົນຕີ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ, ຍີ່ປຸ່ນ, ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກປະເທດແມ່ນ້ຳຂອງ (ກຳປູເຈຍ, ສປປ ລາວ, ໄທ, ມຽນມາ, ແລະ ຫວຽດນາມ) ແລະ ເລຂາທິການໃຫ່ຍອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ທາງຍີ່ປຸ່ນ ໄດ້ເນັ້ນເນື້ອໃນສຳຄັນຂອງກອງປະຊຸມລັດຖະມົນຕີເສດຖະກິດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12 ແລະ ກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປູ່ນ ຄັ້ງທີ 12; ໄດ້ອະທິບາຍເຖິງຄວາມສໍາຄັນຂອງວິໄສທັດການພັດທະນາອຸດສາຫະກໍາແມ່ນໍ້າຂອງ ໄລຍະ 2 (MIDV 2.0) ຕໍ່ກັບການເຕີບໂຕແບບຍືນຍົງ ແລະ ການເຕີບໂຕສີຂຽວ; ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ “ແຜນງານ” ແລະ ນໍາສະເໜີໂຄງການໃໝ່ 5 ໂຄງການ ໂດຍຕິດພັນກັບ 3 ເສົາຄ້ຳ ຄື: ເສົາຄ້ຳທີ 1. ການເຊື່ອມໂຍງ (ມີ 1 ໂຄງການ): ໂຄງການ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (OVOP); ເສົາຄ້ຳທີ 2 ນະວັດຕະກໍາດິຈິຕອນ (ມີ 1 ໂຄງການ): ໂຄງການການຝຶກອົບຮົມກ່ຽວກັບການຄ້າອີເລັກໂຕຣນິກ ສໍາລັບເຈົ້າໜ້າທີ່ພະນັກງານ; ແລະ ເສົາຄ້ຳທີ່ 3 (ມີ 3 ໂຄງການ) ເປົ້າໝາຍການພັດທະນາແບບຍືນຍົງ: ໂຄງການ ການສະໜັບສະໜູນສ້າງແຜນຫັນປ່ຽນດ້ານພະລັງງານ, ໂຄງການ ການພັດທະນາດ້ານຊັບພະຍາກອນມະນຸດ ດ້ານການສ້າງຄວາມຮັບຮູ້ ກ່ຽວກັບຄວາມເປັນກາງຂອງກາກບອນ ແລະ ໂຄງການ ສົ່ງເສີມການສົນທະນາ ເພື່ອກ້າວສູ່ການເຕີບໂຕແບບຍືນຍົງ.
ພ້ອມນີ້ ຝ່າຍລາວ ກໍ່ໄດ້ສະເໜີໃນທີ່ປະຊຸມ ໂດຍສະເພາະໃຫ້ທາງຍີ່ປຸ່ນ ຈະພິຈາລະນາໃຫ້ຄວາມສໍາຄັນຂົງເຂດອື່ນໆ ເປັນຕົ້ນ: ການສ້າງຂີດຄວາມສາມາດສໍາລັບຜູ້ຜະລິດຢູ່ທ້ອງຖິ່ນ ໃນດ້ານການພັດທະນາຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍ, ສ້າງສະຕິຕື່ນຕົວ ແລະ ຫັນປ່ຽນແນວຄວາມຄິດຂອງຫົວໜ່ວຍຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ (MSMEs) ກໍ່ຄືສ້າງຂີດຄວາມສາມາດ ເພື່ອຊຸກຍູ້ສົ່ງເສີມລະບົບນິເວດດິຈິຕອນສໍາລັບຫົວໜ່ວຍຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ ຜ່ານການປ່ຽນຖ່າຍສູ່ດິຈິຕອນຢ່າງສົມບູນແບບ ເພື່ອກ້າວໄປສູ່ເຕັກໂນໂລຊີເສດຖະກິດດິຈິຕອນ ແລະ ເພື່ອເຂົ້າເຖິງຕະຫລາດທີ່ໃຫຍ່. ພ້ອມນັ້ນ ກໍ່ຍັງສະໜັບສະໜູນໂຄງການກ່ຽວກັບການສົ່ງເສີມນະວັດຕະກໍາດິຈິຕອນ ແລະ ເພີ່ມກາລະໂອກາດທຸລະກິດ ຜ່ານການຝຶກອົບຮົມກ່ຽວກັບການຄ້າອີເລັກໂຕຣນິກ ສໍາລັບເຈົ້າໜ້າທີ່ພະນັກງານ ເພື່ອຮອງຮັບການປ່ຽນໄປສູ່ການດຳລົງວິຖີຊີວິດແບບໃໝ່ ແລະ ທ່າອ່ຽງປະຈຸບັນຂອງການເປັນດິຈິຕອນ ແລະ ສັງຄົມອອນລາຍ. ທັງໝົດເຫລົ່ານີ້ ເພື່ອຊ່ວຍບັນດາປະເທດແມ່ນໍ້າຂອງ ຍົກລະດັບຂີດຄວາມສາມາດ, ກຳລັງແຮງງານ ແລະ ຜະລິດຕະພາບ.