ຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວລ່າສຸດຂ່າວເດັ່ນ

ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຢ້ຽມຢາມສຳນັກງານຂອງໂຮງສີເຂົ້າໄອດີພີ

ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຢ້ຽມຢາມສຳນັກງານຂອງໂຮງສີເຂົ້າໄອດີພີ

ໃນວັນທີ 3 ກໍລະກົດ 2021 ທ່ານ ປອ. ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນຳພາຄະນະບັນດາຫົວໜ້າກົມຈາກຫ້ອງການກະຊວງ, ກົມຈັດຕັ້ງ-ພະນັກງານ, ກົມສົ່ງເສີມການຄ້າ, ກົມອຸດສາຫະກຳ-ຫັດຖະກຳ ແລະ ກົມມາດຕະຖານ-ວັດແທກ ພ້ອມທັງພະແນກອຸດສາຫະກຳ ແລະ ການຄ້າແຂວງ ລົງຢ້ຽມຢາມສຳນັກງານໃຫຍ່ຂອງໂຮງສີເຂົ້າ ຂອງບໍລິສັດອິນດູຈີນຮ່ວມມືພັດທະນາລາວ (Indochina Development Partners: IDP) ຊຶ່ງຕັ້ງຢູ່ບ້ານສະໜາມໄຊ, ນະຄອນປາກເຊ, ແຂວງຈຳປາສັກ. ໃນໂອກາດດັ່ງກ່າວ ທ່ານ ປອ. ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ແລະ ທ່ານ Frederic Jullien ຜູ້ອຳນວຍການບໍລີສັດໄອດີພີ ກໍໄດ້ໃຫ້ການຕ້ອນຮັບ ແລະ ລາຍງານກ່ຽວກັບກິດຈະການ ຂອງບໍລິສັດດັ່ງກ່າວ.

ບໍລີສັດໄອດີພີ ໄດ້ສ້າງຕັ້ງໃນປີ 2014 ແລະ ເລີ່ມດໍາເນີນການຜະລິດນັບແຕ່ເດືອນພະຈິກປີ 2015 ເປັນຕົ້ນມາ ຊຶ່ງເປັນໂຮງສີເຂົ້າທັນສະໄໝ ຕັ້ງຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ ດ້ວຍກຳລັງການຜະລິດສູງສຸດ 150.000 ໂຕນຕໍ່ປີ. ນອກນີ້ ບໍລິສັດຍັງມີກິດຈະການປິ່ນອ້ອມເຊັ່ນ: ການຜະລິດແນວພັນເຂົ້າ, ຟາມເຂົ້າອິນຊີ ແລະ ສູນຄົ້ນຄວ້າ-ພັດທະນາ.
ບໍລີສັດໄອດີພີ ມີພະນັກງານກຳມະກອນ 200 ຄົນ ແລະ ຍັງສາມາດສ້າງລາຍຮັບສູ່ຊຸມຊົນດ້ວຍການຮັບຊື້ເຂົ້າເປືອກຈາກປະຊາຊົນຫຼາຍກວ່າ 20 ລ້ານໂດລາສະຫາລັດຕໍ່ປີ ຈາກທາງພາກກາງ ແລະ ໃຕ້ ຂອງລາວ ໄດ້ສູງເຖິງ 60.000 ໂຕນຕໍ່ປີ. ໂຮງສີເຂົ້າດັ່ງກ່າວ ສາມາດສະໜອງສິນຄ້າປະເພດເຂົ້າສານບັນຈຸໃສ່ຖົງ ທີ່ມີຄຸນນະພາບສູງສູ່ຕະຫຼາດສາກົນ ບໍ່ຕໍ່າກວ່າ 25.000 ໂຕນຕໍ່ປີ ໂດຍສົ່ງອອກໄປຍັງຕະຫຼາດສຳຄັນເຊັ່ນ: ຈີນ, ສະຫະພາບເອີຣົບ, ອົດສະຕາລີ ແລະ ຫວຽດນາມ ແລະ ປັດຈຸບັນບໍລິສັດໄອດີພີ ໄດ້ສົ່ງອອກເຂົ້າສານແລ້ວ 20,000 ໂຕນໃນຈໍານວນໂກຕ້າ 50,000ໂຕນ ທີ່ລັດຖະບານລາວໄດ້ເຊັນຮ່ວມກັບ ສປ ຈີນໃນເດືອນ ມີຖຸນາປີ 2019.
ນອກຈາກນີ້, ບໍລີສັດໄອດີພີ ຍັງມີກຸ່ມຜະລິດເຂົ້າອິນຊີທີ່ໄດ້ຮັບມາດຕະຖານອໍແກຣນນິກ EU ແລະ USDA ແລະ ຍັງມີຟາມຜະລິດເຂົ້າອິນຊີຂອງຕົນເອງເນື້ອທີ່ປະມານ 1,000 ເຮັກຕາ.