ກວດກາໂຮງງານຂ່າວການເຄື່ອນໄຫວຂ່າວທົ່ວໄປ

ລົງຊຸກຍູ້ບັນດາໂຮງງານອຸດສາຫະກຳ ຢູ່ໃນນິຄົມອຸດສາຫະກຳ VITA Park

ວັນທີ 23/4/2021, ທ່ານ ປອ ບົວວັນ ວິລະວົງ, ຫົວຫນ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະ ລົງຊຸກຍູ້ບັນດາໂຮງງານອຸດສາຫະກຳ ຢູ່ນະຄອນຫລວງວຽງຈັນ ຄື ໂຮງງານຜະລິດເກີບ KCL 2 ແຫ່ງ ຢູ່ເມືອງໄຊເສດຖາ ແລະ ໂຮງງານຫົວອາຫານສັດ Green Feed ຢູ່ນິຄົມອຸດສາຫະກຳ VITA Park ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19.