ກວດກາໂຮງງານຂ່າວການເຄື່ອນໄຫວຂ່າວທົ່ວໄປຂ່າວເດັ່ນ

ພິທີວາງສີລາລືກ ກໍ່ສ້າງອາຄານ ໂຮງງານ ປຸງແຕ່ງໄມ້ປູກ ຄົບວົງຈອນ ຂອງ ບໍລິສັດ ແມ່ຂອງ ປູກຕົ້ນໄມ້ ຈຳກັດ

ພິທີວາງສີລາລືກ ກໍ່ສ້າງອາຄານ ໂຮງງານ ປຸງແຕ່ງໄມ້ປູກ ຄົບວົງຈອນ ຂອງ ບໍລິສັດ ແມ່ຂອງ ປູກຕົ້ນໄມ້ ຈຳກັດ, ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ຜ່ານມາ. ໂຮງງານດັ່ງກ່າວ ຕັ້ງຢູ່ບ້ານ ດ່ານຮີ ເມືອງ ຫີນບູນ ແຂວງ ຄຳມ່ວນ, ໃຫ້ກຽດເປັນຄະນະປະທານໃນພິທີໃນຄັ້ງນີ້ປະກອບມີ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ສຸຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ທ່ານ ນິໂຄ ສະຕຣີດອມ ຜູ້ຈັດການທົ່ວໄປຂອງບໍລິສັດ, ຕາງໜ້າສະຖານທູດອົດສະລີປະຈຳ ສປປ ລາວ, ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະທີ່ປືກສາ, ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ຂັ້ນແຂວງ ທັງສອງແຂວງ ຄື ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມນຳຢ່າງພ້ອມພຽງ.
ໃນພິທີ, ທ່ານ ແອງ ກ້ວາງມະນີວັນ ອຳນວຍການບໍລິສັດ ໄດ້ຂື້ນຜ່ານປະຫວັດຄວາມເປັນມາ ແລະ ປະຫວັດຫຍໍ້ຂອງ ບໍລິສັດ ແມ່ຂອງ ປູກຕົ້ນໄມ້ ຈໍາກັດ, ໂດຍບໍລິສັດໄດ້ເລີ່ມຕົ້ນດໍາເນີນໂຄງການປູກຕົ້ນໄມ້ ອຸດສາຫະກໍາໃຫ່ຍໄວແຕ່ປີ 1999, ພາຍໃຕ້ກົດຫມາຍ ສປປ ລາວ, ເປັນບໍລິສັດຮ່ວມທຸລະກິດປະສົມ ລະຫວ່າງລັດຖະບານ ສປປ ລາວ ຖືຫຸ້ນ 15% ແລະ ນັກລົງທຶນຖືຫຸ້ນ 85%. ໂດຍ ລັດຖະບານ ສປປ ລາວ ຈະສະຫນອງເນື້ອທີ່ຂອງລັດ ໃຫ້ບໍລິສັດສໍາປະທານຈໍານວນທັງຫມົດ 50,000 ຮຕ (ຫ້າສິບພັນເຮັກຕາ) ໃນໄລຍະສໍາປະທານ 50 ປີ ເລີ່ມແຕ່ປີ 1999 – 2049.
ໃນປະຈຸບັນ ບໍລິສັດ ແມ່ຂອງປູກຕົ້ນໄມ້ ຈໍາກັດ ມີເນື້ອທີ່ປູກໄມ້ ວິກ ແລະ ໄມ້ກະຖິນນະລົງ ຫຼາຍກວ່າ 24,000 ເຮັກຕາ, ໃນຂອບເຂດສຳປະທານຢູ່ ແຂວງຄໍາມ່ວນ ແລະ ແຂວງບໍລິຄຳໄຊ. ຕາມແຜນການກໍ່ສ້າງໂຮງງານຈະໃຫ້ສໍາເລັດໃນທ້າຍປີ 2021, ຄາດວ່າຈະເລີ່ມທໍາການຜະລິດໄດ້ ໃນປີ 2022, ດ້ວຍກຳລັງການຜະລິດ ໄມ້ເລື່ອຍ 20,000 ແມັດກ້ອນຕໍ່ປີ, ໄມ້ປອກ 50,000 ແມັດກ້ອນຕໍ່ປີ ແລະ ໄມ້ສັບ 30,000 ແມັດກ້ອນປີ. ຜະລິດຕະພັນສ່ວນຫຼາຍຈະສົ່ງອອກຕ່າງປະເທດ. ພາຍຫຼັງສຳເລັດການກໍ່ສ້າງໂຮງງານ ຈະສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນໄດ້ ປະມານ 200 ຄົນ.