ຂ່າວການເຄື່ອນໄຫວ

ກອງປະຊຸມເຜີຍແຜ່ການສ້າງຕັ້ງສູນສົ່ງເສີມຫັດຖະກຳ

ໃນວັນທີ 26 ມີນາ 2021 ກົມອຸດສາຫະກຳ ແລະ ຫັດຖະກຳ ຮ່ວມກັບ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ໄດ້ຈັດກອງປະຊຸມກ່ຽວກັບເຜີຍແຜ່ການສ້າງຕັ້ງສູນສົ່ງເສີມຫັດຖະກຳ ຂື້ນທີ່ ພະແນກ ອຄ ນະຄອນຫຼວງ ໂດຍການເປັນປະທານກອງປະຊຸມ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ແລະ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ. ເຊິ່ງມີຜູ້ເຂົ້າຮ່ວມກອງປະຊຸມຈາກຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ, ຂະແໜງການກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ, ສະມາຄົມຫັດຖະກຳລາວ ແລະ ຫົວໜ່ວຍຫັດຖະກຳ ພາຍໃນນະຄອນຫຼວງ.
ຈຸດປະສົງເພື່ອເຜີຍແຜ່ກ່ຽວກັບຂໍ້ຕົກລົງວ່າດ້ວຍສູນສົ່ງເສີມຫັດຖະກຳ ສະບັບເລກທີ 1227/ອຄ.ກອຫ, ລົງວັນທີ 31 ທັນວາ 2020 ແລະ ບົດແນະນຳຂັ້ນຕອນການຈັດຕັ້ງປະຕິບັດການສ້າງຕັ້ງສູນສົ່ງເສີມຫັດຖະກຳ ສະບັບເລກທີ 255/ກອຫ.ຫຖກ, ລົງວັນທີ 12 ກຸມພາ 2021 ໃຫ້ກັບພາກລັດ ແລະ ພາກທຸລະກິດຫັດຖະກຳ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂັ້ນຕອນການອອກອະນຸຍາດສ້າງຕັ້ງສູນສົ່ງເສີມຫັດຖະກຳ.