ຂ່າວການເຄື່ອນໄຫວ

ກອງປະຊຸມທາບທາມຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງແລະຫັດຖະກຳ ປີ2021-2025

ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າວັນທີ 17 ມີນາ 2021, ທີ່ ກະຊວງ ອຸດສາຫະກຳ ແລະ ການຄ້າ, ພາຍໃຕ້ການເປັນປະທານຂອງທ່ານ ສົມຈິດ ອີນທະມິດ, ຮອງລັດຖະຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍມີບັນດາ ຜູ້ຕາງໜ້າຈາກພາກລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ບັນດາສະມາຄົມ, ກຸ່ມຜູ້ຜະລິດຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ຈູດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະກອບຄຳເຫັນໃສ່ຮ່າງແຜນພັດທະນາ ສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມທາງດ້ານເນື້ອໃນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ທັງສອດຄ່ອງກັບແຜນທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ແລະ ບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວ.
ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປີ 2021-2025, ແມ່ນໄດ້ຖືກສ້າງ ແລະ ປັບປຸງບົນພື້ນຖານຄໍາເຫັນຂອງຄະນະລັດຖະບານທີ່ໄດ້ຖືກນໍາສະເໜີເຂົ້າກອງປະຊຸມລັດຖະບານໃນທ້າຍປີ 2018; ຊຶ່ງເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໂດຍສະເພາະຕິດພັນກັບຫຼາຍຂະແໜງການ ໃນການຜະລິດປຸງແຕ່ງເປັນຜະລິດຕະພັນຮັບໃຊ້ພາຍໃນ ແລະ ເພື່ອສົ່ງອອກ, ໂດຍສະເພາະຊຸກຍູ້ສົ່ງເສີມການຜະລິດເພື່ອຕອບສະໜອງພາຍໃນ-ຫລຸດຜ່ອນການນໍາເຂົ້າເທື່ອລະກ້າວ, ເປັນແຫຼ່ງສ້າງວຽກເຮັດງານ ທໍາ-ຍົກລະດັບສີມືແຮງງານ, ກະຕຸກຊຸກຍູ້ສົ່ງເສີມການດຶງດູດການລົງທຶນໃນພາກຜະລິດ ແລະ ຕິດພັນກັບການຂະຫຍາຍຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ພ້ອມທັງຊຸກຍູ້ສົ່ງເສີມຕ່ອງໂສ້ການຜະລິດພາຍໃນຕອບສະໜອງໃຫ້ຊຶ່ງກັນ ແລະ ກັນ. ພ້ອມກັນນັ້ນ, ກໍ່ໄດ້ປັບປຸງ ແລະ ຜັນຂະຫຍາຍ ເພື່ອໃຫ້ສອດຄ່ອງຕາມຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າຂອງກະຊວງ ອຄ ກໍ່ຄືສອດຄ່ອງກັບບັນດາແຜນຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ການຈັດຕັ້ງປະຕິບັດມີຄວາມກົມກຽວ ແລະ ສອດຄ່ອງກັນ.